ມີກວ່າ 3 ໝື່ນຄົນມາທ່ຽວຊົມ Festival ຊຸດເ​ສື້ອຍາວຮ່າໂນ້ຍ

ມີກວ່າ 3 ໝື່ນຄົນມາທ່ຽວຊົມ Festival ຊຸດເ​ສື້ອຍາວຮ່າໂນ້ຍ  - ảnh 1
(Festival ຊຸດເ​ສື້ອຍາວຮ່າໂນ້ຍ)

(vovworld) - ​ຕອນ​ຄ່ຳ​ວັ​ນ​ທີ 16/10, ທີ່​ພິ​ທີ​ອັດ​ງານ Festival ​ຊຸດ​ເ​ສື້ອ​ຍາວ​ຮ່າ​ໂນ້ຍ ປີ 2016, ທ່ານ​ໂງວັນ​ກຸ໋ຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ​ ໃຫ້​ຮູ້​ວ່າ: ພາຍ​ຫຼັງ​ຈັດ​ຕ​ັ້ງ​ເປັນ​ເວ​ລາ 3 ວັນ, Festival ຊຸດ​ເ​ສື້ອ​ຍາວ​ຮ່າ​ໂນ້ຍ 2016 ໄດ້​ດຶງ​ດູດ​ກວ່​າ 3 ໝື່ນ​ຄົນ​ມາ​ຢ້ຽມ​ຊົມ, ເຂົ້າ​ຮ່ວ​ມບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ການ​ທ່​ອງ​ທ່ຽວ. ມີການ​ເຄື່ອນ​ໄຫ​ວ​ຫຼາຍ​ຢ່າງ​​ທີ່ໄດ້​ເຊີດ​ຊູ​ຊຸດ​ເສື້ອ​ຍາວ​ຫວຽດ​ນາມ, ປະ​ກອບ​ສ່ວນອ​ະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຄື: ​ລາຍການ​ສະ​ແດງ​ຊຸດ​ເສື້ອ​ຍາວ​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມ​ູນ​ເຊື້ອ​ໃນ​ການ​ພັ​ດ​ທະ​ນາ​ການ​ທ່ອງ​ທ່ຽວ, ການ​​ສວນ​ສະ​ໜາມ​ດ້ວຍ​ຫົວ​ຂໍ້​ຊຸດເສື້ອ​ຍາວ... Festival ຊຸດ​ເ​ສື້ອ​ຍາວ​ຮ່າ​ໂນ້ຍ 2016 ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ສະ​ຖານ​ທູດ​ປະ​ເທດ​ຕ່າງໆ, ບ​ັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ຫວຽດ​ນາມ, ບັນ​ດາ​ນັກ​ຄົ້ນ​ຄວ້າ, ສະ​ສົມ​ຮຽບ​ຮຽງ, ບັນ​ດາ​ນັກ​ສິ​ລະ​ປີນ… ຂອງ​ຮ່າ​ໂນ້ຍ ແລະ ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ