ມີກາລະໂອກາດໃໝ່ຫຼາຍຢ່າງສຳລັບການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ອີຢິບ

(VOVWORLD) -ຜ່ານການເຄື່ອນໄຫວດັ່ງກ່າວ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງຊອກຫາໄດ້ລູກຄ້າ ແລະ ເຫັນໄດ້ແງ່ຫວັງສົ່ງອອກໄປຍັງ ອີຢິບ.
ມີກາລະໂອກາດໃໝ່ຫຼາຍຢ່າງສຳລັບການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ອີຢິບ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

        ໃນລະຫວ່າງວັນທີ 07 – 08 ກັນຍາ, ບັນດາວິສາຫະກິດ ແລະ ຄະນະປະຕິບັດງານຂອງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ມີການເຄື່ອນໄຫວຫຼາຍຢ່າງຢູ່ ອີຢິບ ຄື ເຂົ້າຮ່ວມກອງປະຊຸມສຳມະນາສົ່ງເສີມດ້ານການຄ້າ ຫວຽດນາມ - ອີຢິບ, ແລກປ່ຽນນະໂຍບາຍກັບກະຊວງອຸດສາຫະກຳ ການຄ້າ ອີຢິບ, ເຮັດວຽກກັບກົມສົ່ງເສີມການລົງທຶນ ອີຢິບ, ເຮັດວຽກກັບສະຫະພັນບັນດາຫ້ອງການການຄ້າ ອີຢິບ… ຜ່ານການເຄື່ອນໄຫວດັ່ງກ່າວ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງຊອກຫາໄດ້ລູກຄ້າ ແລະ ເຫັນໄດ້ແງ່ຫວັງສົ່ງອອກໄປຍັງ ອີຢິບ. ທ່ານຮອງປະທານຫ້ອງການການຄ້າ ກາຍໂຣ Ahmed El Wecemy ໃຫ້ຮູ້ວ່າ:

        “ກອງປະຊຸມສຳມະນາແມ່ນກາລະໂອກາດທີ່ດີສຳລັບວິສາຫະກິດ 2 ປະເທດ. ນີ້ແມ່ນການພົບປະຄັ້ງໃຫຍ່ລະຫວ່າງວິສາຫະກິດໃນປີນີ້. ພວກຂ້າພະເຈົ້າມີຕະຫຼາດໃຫຍ່ ແລະ ທີ່ຕັ້ງສະດວກ ສາມາດເປັນຂົວເຊື່ອມຕໍ່ໃຫ້ແກ່ວິສາຫະກິດ ຫວຽດນາມ. ຕະຫຼາດ ອີຢິບ ແມ່ນອຸດົມສົມບູນທີ່ສຸດ, ສິນຄ້າສ່ວນຫຼາຍລ້ວນແຕ່ແຊກຊຶມໄດ້, ໂດຍສະເພາະແມ່ນບັນດາຜະລິດຕະພັນກະສິກຳ, ສິນໃນນ້ຳ, ເຄື່ອງເອເລກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ. ຍາມໃດພວກຂ້າພະເຈົ້າກໍ່ພ້ອມແລ້ວຈະໜູນຊ່ວຍວິສາຫະກິດ ຫວຽດນາມ ໃນການຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດ, ກໍ່ຄືແກ້ໄຂຂໍ້ຕິດຄັດໃຫ້ແກ່ວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ