ມີຄອບຄົວ​​ຊາວ​​ກໍາປູ​​ເຈຍ​ເຊື້ອ​ຊາດ​ຫວຽດນາມ ກວ່າ 3000 ຄອບຄົວ ​ໄດ້​ຮັບ​​ເຄື່ອງ​ບັນ​ເທົາ​ທຸກ​​ໃນ​ໄລ​ຍະ​ເກີດ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) - ຕອນເຊົ້າວັນທີ 9 ພຶດສະພາ, ມີຂອງຂວັນຊ່ວຍບັນເທົາທຸກປະມານ 430 ພູດ ໄດ້ມອບໃຫ້ບັນດາຄອບຄົວຂອງຊາວກໍາປູເຈຍເຊື້ອຊາດຫວຽດນາມ ແລະ ຊາວຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນຫຼວງພະນົມເປັນ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ມີຄອບຄົວ​​ຊາວ​​ກໍາປູ​​ເຈຍ​ເຊື້ອ​ຊາດ​ຫວຽດນາມ ກວ່າ 3000 ຄອບຄົວ ​ໄດ້​ຮັບ​​ເຄື່ອງ​ບັນ​ເທົາ​ທຸກ​​ໃນ​ໄລ​ຍະ​ເກີດ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ທ່ານ Sim Chy ປະທານ ສະມາຄົມຊາວຂະແມ - ຫວຽດນາມ ອາໄສ ຢູ່ ກໍາປູເຈຍ  ຕອບສໍາພາດນັກຂ່າວສໍານັກຂ່າວສານຫວຽດນາມ (ພາບ: TTXVN)

ການເຄື່ອນໄຫວດັ່ງກ່າວ ແມ່ນນອນໃນຂອບເຂດການໜູນຊ່ວຍຄັ້ງທີ 3 ຂອງໂຄງການໜູນຊ່ວຍດ່ວນ ໂດຍສະຖານທູດຫວຽດນາມ ປະຈໍາ ກໍາປູເຈຍ ສົມທົບກັບສະມາຄົມຊາວຂະແມ - ຫວຽດນາມ ອາໄສ ຢູ່ ກໍາປູເຈຍ ປະຕິບັດ ເພື່ອແນໃສ່ໜູນຊ່ວຍປະຊາຄົມຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ໃນຈຸດເວລາທີ່ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຊີວິດສັງຄົມ ກໍາປູເຈຍ.

ໄລ່ມາຮອດປັດຈຸບັນ ມີປະມານ 3000 ຄອບຄົວ ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ໃນທົ່ວປະເທດກໍາປູເຈຍ ໄດ້ຮັບຂອງຂວັນຊ່ວຍບັນເທົາທຸກດັ່ງກ່າວ. ບັນດາຂອງຂວັນແຫ່ງສາຍຈິດມິດໃຈເຫຼົ່ານີ້ ແມ່ນການປະກອບສ່ວນ, ການຮ່ວມແຮງຮ່ວມໃຈຂອງບັນດາອົງການ, ຄະນະ, ຂະແໜງການຂອງຫວຽດນາມ, ບາງແຂວງຕິດກັບຊາຍແດນ ແລະ ບັນດາວິສາຫະກິດທີ່ມີນໍ້າໃຈໂອບອ້ອມອາລີ 

ຕອບກັບ

ຂ່າວ/ບົດ​ອື່ນ