ມຸ່ງໄປສູ່ສັງຄົມຂໍ້ມູນຂ່າວສານຫວຽດນາມທີ່ປອດໄພ ແລະ ສົດໃສ

     ມຸ່ງໄປສູ່ສັງຄົມຂໍ້ມູນຂ່າວສານຫວຽດນາມທີ່ປອດໄພ ແລະ ສົດໃສ - ảnh 1
ສັງ​ກາດ​ໃໝ່​ຂອງ​ຄວາມ​ໝັ້ນ​ຄົງດ້ານ​ເຄືອ​ຂ່າຍ


(vovworld)- ວັນ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ​ຄັ້ງ​ທີ 9 ປີ 2016 ໄດ້​ດຳ​ເນີນ​ໃນ​ວັນ​ທີ 2/12 ຢູ່​ຮ່າ​ໂນ້ຍ. ຈຸດ​ສຸມ​ຂອງ​ເຫດ​ການ​ວັນ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ​ປີ 2016 ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ ວັນ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ​​ດ້ວຍ​ຫົວ​ຂໍ້ “ ສັງ​ກາດ​ໃໝ່​ຂອງ​ຄວາມ​ໝັ້ນ​ຄົງດ້ານ​ເຄືອ​ຂ່າຍ ” . ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ຫງວຽນ​ແທ່ງ​ຮຶງ ເນັ້ນ​ໜັກ​ວ່າ : 

    “ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມສະ​ເໜີ ສະ​ຫະ​ສະ​ມາ​ຄົມ ຄວາມປອດ​ໄພ​ຂໍ້​ມູນ​ຂ່າວ​ສານຫວຽດ​ນາມ, ບັນ​ດາ​ວິ​ສາ​ຫະ​ກິດ, ພ້ອມ​ກັບ​ທັງ​ປະ​ຊາ​ຄົມ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່ນ​ສານ​ຫວຽດ​ນາມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເຜີຍ​ແຜ່, ຍົກ​ສູງຄວາມ​ຮັບ​ຮູ້, ໜ້າ​ທີ່ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຄວ​າມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ມຸ່ງ​ໄປ​ສູ່​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ​ທີ່​ປອດ​ໄພ ແລະ ສົດ​ໃສ. ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ໃນ​ເຄືອ​ຂ່າຍໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ ແລະ ທົ່ວ​ທັງ​ປະ​ຊາ​ຄົມ”
ຂ່າວ/ບົດ​ອື່ນ