ມີຈຸດພົ້ນເດັ່ນຫຼາຍຢ່າງໃນງານບຸນດອກສ້ຽວປ່າປີ 2019

(VOVWORLD) -ງານບຸນດອກສ້ຽວປ່າ 2019 ຈະດຳເນີນໃນລະຫວ່າງວັນທີ 13 – 18 ມີນາ 2019 ຢູ່ນະຄອນ ດ້ຽນບຽນຝູ, ແຂວງດ້ຽນບຽນ.

ງານບຸນລວມມີບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ; ງານມະໂຫລານຂັບລຳພື້ນເມືອງ, ຟ້ອນພື້ນເມືອງ, ໂຄສະນາ, ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ຕະຫຼາດເຂດພູສູງ; ການເຄື່ອນໄຫວພົບປະແລກປ່ຽນ, ແຂ່ງຂັນກິລາ; ການກວດນາງງາມດອກສ້ຽວປ່າ 2019.

        ງານບຸນດອກສ້ຽວປ່າ 2019 ໂດຍນອນໃນບັນດາເຫດການມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ (07 ພຶດສະພາ 1954 – 07 ພຶດສະພາ 2019). ນີ້ແມ່ນການເຄື່ອນໄຫວປະຈຳປີຂອງແຂວງ ດ້ຽນບຽນ ເພື່ອແນໃສ່ໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບການມໍລະດົກວັດທະນະທຳຊົນເຜົ່າຂອງທ້ອງຖິ່ນ, ຕິດພັນການອະນຸລັກຮັກສາວັດທະນະທຳກັບການເສີມຂະຫຍາຍທ່າແຮງດ້ານການທ່ອງທ່ຽວ, ການພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ