ມີນັກຮຽນ ໄນຈີເລຍ ນັບຮ້ອຍຄົນຫາຍສາບສູນໃນເຫດພວກໂຈນສະຫຼັດບຸກໂຈມຕີໂຮງຮຽນ

(VOVWORLD) -ມີໂຮງຮຽນແຫ່ງໜຶ່ງຢູ່ Kankara ຖືກພວກໂຈນສະຫຼັດນຳໃຊ້ປືນ AK 47 ບຸກໂຈມຕີໃນຕອນຄ່ຳວັນທີ 11 ທັນວາ.
ມີນັກຮຽນ ໄນຈີເລຍ ນັບຮ້ອຍຄົນຫາຍສາບສູນໃນເຫດພວກໂຈນສະຫຼັດບຸກໂຈມຕີໂຮງຮຽນ - ảnh 1(ພາບປະກອບ: AFP/TTXVN)

        ຕຳຫຼວດ ໄນຈີເລຍ ໄດ້ຢັ້ງຢືນວ່າ, ມີນັກຮຽນນັບຮ້ອຍຄົນພວມຫາຍສາບສູນພາຍຫຼັງທີ່ບັນດາມືປືນບຸກໂຈມຕີໂຮງຮຽນແຫ່ງໜຶ່ງຢູ່ລັດ Katsina, ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. ໂຄສົກຕຳຫຼວດລັດນີ້, ທ່ານ Gambo Isah ໃຫ້ຮູ້ວ່າ, ມີໂຮງຮຽນແຫ່ງໜຶ່ງຢູ່ Kankara ຖືກພວກໂຈນສະຫຼັດນຳໃຊ້ປືນ AK 47 ບຸກໂຈມຕີໃນຕອນຄ່ຳວັນທີ 11 ທັນວາ. ຕຳຫຼວດໄດ້ຍິງປືນໃສ່ບັນດາພວກບຸກໂຈມຕີ, ສ້າງເງື່ອນໄຂໃຫ້ນັກຮຽນບາງຄົນຫຼົບໜີໄປໄດ້ ໂຮງຮຽນແຫ່ງນີ້ໄດ້ຮັບຖືວ່າມີນັກຮຽນຈຳນວນ 600 ຄົນ ແລະ ມີນັກຮຽນປະມານ 400 ຄົນພວມຫາຍສາບສູນ, ໃນຂະນະທີ່ຊອກຫາ ນັກຮຽນໄດ້ 200 ຄົນແລ້ວ.

        ປະຈຸບັນ, ເຈົ້າໜ້າທີ່ພວມດຳເນີນວຽກງານຊອກຫາ ແລະ ກອບກູ້ບັນດາຜູ້ທີ່ພວມຫາຍສາບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ