ມືປືນ IS ນັບຮ້ອຍຄົນຖືກດັບສູນໃນບັນດາບັ້ນບຸກໂຈມຕີທາງອາກາດຢູ່ ອີຣັກ

(VOVWORLD) - ວັນທີ 17 ກັນຍາ, ຕາມແຫຼ່ງຂ່າວຈາກກອງທັບ ອີຣັກ ແລ້ວ, ບັນດາເຮືອບິນສູ້ຮົບຂອງອຳນາດການປົກຄອງ ອີຣັກ ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດເປັນສິບໆຄັ້ງ ແນໃສ່ບັນດາມືປືນທີ່ສັງກັດກອງກຳລັງລັດອິດສະລາມ (IS) ຢູ່ເຂດທາງທິດຕາເວັນຕົກປະເທດນີ້,
ມືປືນ IS ນັບຮ້ອຍຄົນຖືກດັບສູນໃນບັນດາບັ້ນບຸກໂຈມຕີທາງອາກາດຢູ່ ອີຣັກ - ảnh 1 (ພາບປະກອບ)

ອັນໄດ້ທຳລາຍຖານທັບຫລາຍແຫ່ງ ແລະ ດັບສູນ 306 ມືປືນ. ບັນດາເຮືອບິນສູ້ຮົບປະຕິບັດການບຸກໂຈມຕີທາງອາກາດ 42 ຄັ້ງ ໂດຍອີງຕາມບັນດາຂໍ້ມູນຂ່າວສືບລາຊະການລັບໃນໄລຍະເວລາແຕ່ວັນທີ 11 – 16 ກັນຍາ, ບຸກໂຈມຕີເຂົ້າເມືອງເອກຂອງ IS ແລະ ບັນດາເຮືອນຮັງຂອງພວກມັນຢູ່ Akashat, Aana, al-Qaim ຂຶ້ນກັບແຂວງ Anbar. ກ່ອນໜ້ານັ້ນ, ກອງກຳລັງປ້ອງກັນຄວາມສະຫງົບ ອີຣັກ ໄດ້ບຸກໂຈມຕີແນໃສ່ບັນດາມືປືນ IS ອອກຈາກບັນດານະຄອນໃຫຍ່ຂອງແຂວງ Anbar, ໃນນັ້ນມີ Ramadi ແລະ Fallujah, ແຕ່ວ່າ ບັນດາເຂດຕິດກັບຊາຍແດນ ຊີຣີ ຄື: Aana, Rawa ແລະ al-Qaim ຍັງຄົງຕົກຢູ່ພາຍໃຕ້ການຄວບຄຸມຂອງບັນດາມືປືນ IS ຫົວຮຸນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ