ມີປະຊາຊົນເກືອບ3ລ້ານເທື່ອຄົນເຂົ້າຢ້ຽມຊົມເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ

(VOVWORLD) -ຕອນຄ່ຳວັນທີ 14 ເມສາ ຢູ່ ສວນສາທາລະນະປະຫວັດສາດວັດທະນະທຳຊົນເຜົ່າ ເມືອງ 9 ນະຄອນໂຮ່ຈິມີນ, ຄະນະຈັດຕັ້ງການສະເຫລີມສະຫລອງບັນດາວັນບຸນໃຫຍ່ຂອງນະຄອນໂຮ່ຈິມີນ ໄດ້ຈັດຕັ້ງລາຍການສະແດງສິລະປະສະເຫລີມສະຫລອງ 10 ປີແຫ່ງວັນເປີດສະຫລອງເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ.

ມີປະຊາຊົນເກືອບ3ລ້ານເທື່ອຄົນເຂົ້າຢ້ຽມຊົມເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ - ảnh 1 ລາຍການສະແດງສິລະປະໃນໂອກາດສະເຫລີມສະຫລອງ 10 ປີແຫ່ງວັນເປີດສະຫລອງເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ

ກ່ອນນີ້ 10 ປີ, ຄະນະພັກ ສະພາປະຊາຊົນ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ແລະ ປະຊາຊົນນະຄອນ ໄດ້ຈັດຕັ້ງ ພິທີເປີດສະຫລອງ ວິຫານອາໄລຫາບັນດາເຈົ້າຊີວິດຮຸ່ງ ແລະ ນຳເຂົ້າເຄື່ອນໄຫວເນື່ອງໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2009. ນັບແຕ່ເມື່ອເປີດສະຫລອງມາຮອດປະຈຸບັນ ວິຫານອາໄລຫາບັນດາເຈົ້າຊີວິດຮຸ່ງ ແມ່ນບ່ອນຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປະຈຳປີຂອງ ນະຄອນ ແລະ ເຂດພາກໃຕ້. ມາຮອດປະຈຸບັນ ເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ ໄດ້ຕ້ອນຮັບປະຊາຊົນເກືອບ 3 ລ້ານຄົນມາຢ້ຽມຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ