ມີ​ຜູ້​ເສຍ​ຊີ​ວິດກວ່າ 100 ຄ​ົນ ​ໃນ​ເຫດ​ລະ​ເບີດ 2 ຄັ້ງ​ລ​ຽນ​ຕິດ​ຢູ່ ອີ​ຣານ

(VOVWORLD) - ຈຳນວນຜູ້ເສຍຊີວິດໃນເຫດລະເບີດ 2 ຄັ້ງທີ່ເກີດຂຶ້ນຢູ່ໃກ້ສຸສານ ຕັ້ງຢູ່ນະຄອນ Kerman, ແຂວງ Kerman  ໃນວັນທີ 3 ມັງກອນ, ເພີ່ມຂຶ້ນ 103 ຄົນ ແລະ ມີຜູ້ຮັບບາດເຈັບປະມານ 17 ຄົນ. 
ມີ​ຜູ້​ເສຍ​ຊີ​ວິດກວ່າ 100 ຄ​ົນ ​ໃນ​ເຫດ​ລະ​ເບີດ 2 ຄັ້ງ​ລ​ຽນ​ຕິດ​ຢູ່ ອີ​ຣານ - ảnh 1 ມີປະຊາຊົນຫຼາຍຄົນມີໜ້າຢູ່ບ່ອນເກີດເຫດ (ພາບ: AFP/TTXVN)

ສຳນັກຂ່າວສານເຄິ່ງເປັນທາງການ Fars ຂອງ ອີຣານ ໄດ້ໃຫ້ຂ່າວກ່ຽວກັບຈຳນວນຜູ້ເສຍຊີວິດໃນເຫດລະເບີດ 2 ຄັ້ງທີ່ເກີດຂຶ້ນຢູ່ໃກ້ສຸສານ ຕັ້ງຢູ່ນະຄອນ Kerman, ແຂວງ Kerman  ໃນວັນທີ 3 ມັງກອນ, ເພີ່ມຂຶ້ນ 103 ຄົນ ແລະ ມີຜູ້ຮັບບາດເຈັບປະມານ 17 ຄົນ. ສື່ມວນຊົນ ອີຣານ ໄດ້ຄັດສະເໜີຄຳປາໄສຂອງເຈົ້າໜ້າທີ່ແຂວງ ໂດຍຖືວ່າ ນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍ.

        ໃນຖະແຫຼງການ 2 ສະບັບທີ່ແຕກຕ່າງກັນ, ທັງພະຄາດີນັນ ອີຣານ ທ່ານ Ali Khamenei ແລະ ທ່ານປະທານາທິບໍດີ Ebrahim Raisi ລ້ວນແຕ່ຢັ້ງຢືນວ່າ ຈະມີການກະທຳໂຕ້ຕອບຢ່າງສາສົມຕໍ່ຄວນກັບກົນອຸບາຍ ແລະ ພັກພວກຕ່າງໆທີ່ເຂົ້າຮ່ວມການບຸກໂຈມຕີດັ່ງກ່າວ.

ນັກຂ່າວ VOV ປະຈຳ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ