ມີພະຍານຫລັກຖານ ຕື່ມອີກກ່ຽວກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ມີພະຍານຫລັກຖານ ຕື່ມອີກກ່ຽວກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ - ảnh 1
ພິທີ​ຮັບ ​ແລະ  ປະກາດ​ຊຸດ Altas ​ໂລກ, Bruxells 1827
photo:dantri.com.vn


 (vovworld) - ຕອນ​ບ່າຍ​ວັນ​ທີ 13/5 ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ ​ແລະ  ປະກາດ​ຊຸດ Altas ​ໂລກ, Bruxells 1827, ຢືນຢັນ​ອະທິປະ​​ໄຕສຳລັບ​ໝູ່​​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາຂອງ​ຫວຽດນາມ ທີ່​ບໍ່​ອາດ​ປະ​ຕິ​ເສດ​ໄດ້​. ຊຸດ Atlas ​ໂລກ ​ໂດຍ​ນັກ​ພູມ​ສາດ ຊາວ​ຝລັ່ງ Philippe Vandermaelen ​ແຕ້ມ ​ແລະ ​ຖືກ​ພິມ​ຈຳຫນ່າຍ​ເມື່ອ​ປີ 1827. ນີ້​ແມ່ນ​ແຜນ​ທີ່​​ແຜ່ນ​ທຳ​ອິດ ​ທີ່ໄດ້​ແຕ້​ມຢ່າງ​ຊັດ​ເຈນ​ກ່ຽວ​ກັບທີ່​ຕັ້ງ, ພູມ​ສາດ, ​ຊື່​ເອີ້ນດ​້ວຍພາສາ ຝ່າ​ຍຕາ​ເວັນ​ຕົກຂອງບັນດາ​ໝູ່​ເກາະ​ແຫ່ງ​ໃຫຍ່​ສຸດ ​ແລະ ສຳຄັນ​ທີ່​ສຸດ​ໃນ​ໝູ່​ເກາະ​ຮ່ວາງ​ຊາ.

​ໃນ​ຊຸດ Atlas, ​ແຜ​ນທີ່​ບັນດາ​ປະ​ເທດ ອາຊີ ລວມມີ 111 ​ແຜ່ນ. ​ແຜ່ນ​ທີ 106 ​ແມ່ນ​ແຕ້ມ​ເສັ້ນ​ຝັ່ງທະ​ເລ​ພາກ​ກາງ​ຫວຽດນາມ ຈາກ​ເສັ້ນ​ຂະຫນານ 12 ຮອດ​ ​ເສັ້ນ​ຂະຫນານ 16. ຢູ່​ນອກ​ຝ່ັງ, ໝູ່​ເກາະ​ຮ່ວາງ​ຊາ ຖືກ​ແຕ້ມ​ຢ່າງ​ລະອຽດ ​ແລະ ຊັດ​ເຈນ ​ໃນ​ເສັ້ນ​ຂະຫນານ 16 ​ຮອດ 17 ອົງສາ  ​ແລະ ​ເສັ້ນ​ແວງ 109 ຮອດ 111 ອົງສາ. ຂົ້ວໃຕ້​ຂອງ​ຈີນ ພຽງ​ຮອດ​ໝູ່​ເກາະ​ໄຮ່​ຫນານ, ບໍ່ຮອດ​​ເສັ້ນ​ຂະຫນານ 18 ອົງສາ. ທ່ານ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ​:

“ຫວຽດນາມ ມີ​ພະຍານ​ຫລັກ​ຖານ​ດ້ານ​ກົດໝາຍ ​ແລະ ປະຫວັດສາດຢ່າງ​ພຽງພໍ ​ເພື່ອ​ຢັ້ງຢືນ ອະທິປະ​ໄຕ​ສຳລັບ ​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ ສິດອະທິປະ​ໄຕ ​ແລະ ອຳນາດ​ສານ​ສຳລັບ​ບັນດາ​ເຂດ​ເສດຖະກິດ​ຈຳ​ເພາະ​ໄຫລ່​ທະວີບ ຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ ປີ 1982. ຊຸດ Atlas ຊື່​ງກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ​ໄດ້​ຮັບ ​ແມ່ນ​ເອກະສານ​ອັນ​ລຳ້​ຄ່າ ປະກອບ​ສ່ວນ​ຢືນຢັນ ອະທິ​ດປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້.”

 

 

 

ຂ່າວ/ບົດ​ອື່ນ