(VOVWORLD) - ງານວາງສະແດງພາບຖ່າຍ “ຫວຽດນາມ - ສະມາຊິກສະພາສິດທິມະນຸດ ສປຊ: ເຄົາລົບ ແລະ ເຂົ້າໃຈ. ການສົນທະນາ ແລະ ຮ່ວມມື. ທຸກສິດທິມະນຸດ - ໃຫ້ແກ່ທຸກຄົນ” ຖືກໄຂຂຶ້ນໃນວັນທີ 13 ຕຸລາ, ຢູ່ສຳນັກງານ ສປຊ ທີ່ ນິວຢອກ.
ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ກ່າວຄຳເຫັນໃນງານວາງສະແດງ (ພາບ: VOV) |
ໃນເຫດການດັ່ງກ່າວໄດ້ວາງສະແດງພາຍຖ່າຍສິລະປະກວ່າ 50 ແຜ່ນ, ແນະນຳກ່ຽວກັບຄວາມງາມຂອງທິວທັດທຳມະຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ຈາກອ່າວ ຮະລອງ ທີ່ໃຫຍ່ໂຕມະໂຫຖານ, ທົ່ງນາຂັ້ນໄດ ເຂດເຕີຍບັກ, ຕະຫຼອດຮອດຈັງຫວະຊີວິດທີ່ທັນສະໄໝ, ຄຶກຄື້ນຂອງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ພິເສດ ມີຫຼາຍຮູບພາບສຸມໃສ່ສະແດງຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ, ຈາກຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສິດທິເດັກ, ການສຶກສາ, ສາທາລະນະສຸກ, ການພັດທະນາເຂດຊົນເຜົ່າສ່ວນໜ້ອຍ, ຕະຫຼອດຮອດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປັກຮັກສາສິ່ງແວດລ້ອມ - ສິ່ງພິສູດທີ່ມີຊີວິດຊີວາໃຫ້ແກ່ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: VOV) |
ຜ່ານງານວາງສະແດງນີ້, ຫວຽດນາມ ປາດຖະໜາຢາກແຜ່ກະຈາຍສານກ່ຽວກັບປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ຍາມໃດກໍເຊີດຊູການສົນທະນາ ແລະ ການຮ່ວມມືໃນການຮັບປະກັນສິດທິມະນຸດ, ພ້ອມທັງແບ່ງປັນບົດຮຽນປະສົບການຕົວຈິງໃນການພັດທະນາແບບຍືນຍົງ, ກວມລວມ, ສອດຄ່ອງກັບເນື້ອໃນຈິດໃຈຂອງ ກົດບັດ ສປຊ ແລະ ຖະແຫຼງການສາກົນມະນຸດສະທຳ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ.