ມີຫຼາຍປະເທດຍົກຍ້າຍພົນລະເມືອງຂອງຕົນອອກຈາກ ຢູກແຣນຕື່ມອີກ

(VOVWORLD) -      ກະຊວງການຕ່າງປະເທດອິສະຣາແອນ ປະກາດເມື່ອວັນທີ 12 ກຸມພາວ່າ ໄດ້ກ່າວເຕືອນກ່ຽວກັບການໄປມາເຖິງ ຢູກແຣນ, ໃນນັ້ນກະຕຸກຊຸກຍູ້ພົນລະເມືອງຂອງປະເທດນີ້ອອກຈາກ ຢູກແຣນ ໂດຍໄວທີ່ສຸດເທົາທີ່ຈະໄວໄດ້. 
ມີຫຼາຍປະເທດຍົກຍ້າຍພົນລະເມືອງຂອງຕົນອອກຈາກ ຢູກແຣນຕື່ມອີກ - ảnh 1ພາບປະກອບ

     ອິດສະຣາແອນຍັງໄດ້ເລີ່ມຕົ້ນນຳບັນດາຍາດຕິພີນ້ອງໃນຄອບຄົວຂອງບັນດານັກການທູດ ແລະ ຖັນແຖວພາລະກອນ ອິດສະຣາແອນຢູ່ສະຖານທູດຂອງປະເທດນີ້ປະຈຳ ກີແອບ ອອກຈາກ ຢູກແຣນ. ປະຈຸບັນ ກອງທັບປະເທດນີ້ໄດ້ອອກຄຳສັ່ງ ພ້ອມແລ້ວທີ່ຈະຊ່ວຍໜູນໃນກໍລະນີຜັນຂະຫຍາຍບັ້ນຍົກຍ້າຍພົນລະເມືອງ.

    ໃນວັນດຽວກັນ, ໂຊວາເກຍ, ໂປໂລຍ, ອີຕາລີ, ເຢຍລະມັນ, ແບນຊິກ, ຈໍແດນ, ຄູເວດ… ກໍໄດ້ກ່າວເຕືອນປະຊາຊົນບໍ່ຄວນໄປມາໂດຍບໍ່ຈຳເປັນເຖິງປະເທດ ຢູກແຣນ ແລະ ຮຽກຮ້ອງພົນລະເມືອງຂອງຕົນອອກຈາກ ຢູກແຣນ. ແຕ່ກະຊວງການຕ່າງປະເທດໂປໂລຍ ຍັງບໍ່ທັນຕົກລົງຍົກຍ້າຍພາລະກອນການທູດຫຼືຮຽກຮ້ອງພົນລະເມືອງຂອງຕົນອອກຈາກ ຢູກແຣນ ເທື່ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ