ມອບລາງວັນ ຕ້າກວາງບິ໋ວແລະລາງວັນສື່ມວນຊົນກ່ຽວກັບວິທະຍາສາດເຕັກໂນໂລຊີ

(VOVWORLD) -ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງຄຳນັບຮັບຕ້ອນວັນວິທະຍາສາດເຕັກໂນໂລຊີຫວຽດນາມ, ພິທີມອບລາງວັນ ຕ້າກວາງບິວ ປີ 2019 ແລະ ລາງວັນສື່ມວນຊົນກ່ຽວກັບວິທະຍາສາດເຕັກໂນໂລຊີປີ 2018

ມອບລາງວັນ ຕ້າກວາງບິ໋ວແລະລາງວັນສື່ມວນຊົນກ່ຽວກັບວິທະຍາສາດເຕັກໂນໂລຊີ - ảnh 1ພິທີມອບລາງວັນ ຕ້າກວາງບິ໋ວ

(ພາບ: TTXVN)

ໂດຍນອນໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ, ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງຄຳນັບຮັບຕ້ອນວັນວິທະຍາສາດເຕັກໂນໂລຊີຫວຽດນາມ, ພິທີມອບລາງວັນ ຕ້າກວາງບິວ ປີ 2019 ແລະ ລາງວັນສື່ມວນຊົນກ່ຽວກັບວິທະຍາສາດເຕັກໂນໂລຊີປີ 2018. ມີນັກວິທະຍາສາດ 3 ຄົນໄດ້ຮັບລາງວັນ ຕ້າກວາງບິວ ໃນປີນີ້. ກ່າວຄຳເຫັນທີ່ພິທີ, ທ່ານ ຈູງອັກແອັງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ເນັ້ນໜັກວ່າ.

        “ໂດຍຕາງໜ້າຄະນະຈັດຕັ້ງ, ຂ້າພະເຈົ້າຂໍອວຍພອນບັນດານັກວິທະຍາສາດ ແລະ ນັກຂ່າວທີ່ໄດ້ຮັບລາງວັນສຳຄັນນີ້. ຜ່ານນັ້ນ, ບັນດານັກວິທະຍາສາດແມ່ນບັນດາແບບຢ່າງທີ່ໄດ້ປະກອບສ່ວນໂດຍກົງ ດ້ວຍບັນດາໝາກຜົນຄົ້ນຄວ້າຂອງຕົນໃຫ້ແກ່ພື້ນຖານວິທະຍາສາດ ແລະ ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.”

        ປີນີ້, ສະພາແຂ່ງຂັນໄດ້ມອບລາງວັນທີ່ໜຶ່ງ 4 ລາງວັນ, ລາງວັນທີສອງ 4 ລາງວັນ ແລະ ລາງວັນຊົມເຊີຍ 6 ລາງວັນ. ພະແນກຂ່າວສະຖານະການການເມືອງ VOV1 (ວິທະຍຸກະຈາຍສຽງຫວຽດນາມ) ໄດ້ເປັນກຽດຮັບລາງວັນທີ 1 ໃນປະເພດບົດປະພັນກ່ຽວກັບການປະຕິວັດອຸດສາຫະກຳ 4.0 ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ