ມອບລາງວັນFestival“ຫົວຄິດປະດິດສ້າງໜຸ່ມ”ທົ່ວປະເທດຄັ້ງທີ8

ມອບລາງວັນFestival“ຫົວຄິດປະດິດສ້າງໜຸ່ມ”ທົ່ວປະເທດຄັ້ງທີ8 - ảnh 1
(ພາບ​ປະ​ກອບ)

(vovworld) - ​ ​ຕອນ​ຄໍ່​່າ​ວັນ​ທີ 20/12, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ບັນ​ດາ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດີ​ເດັ່ນ​ຂອງ​ຊາວ​ໜຸ່ມ ແລະ ມອບ​ລາງວັນການ​ເສັງ “ຊາວ​ໜຸ່ມ​ເຍ​ົ​າ​ວະ​ຊົນ​ເຂົ້າ​ຮ່ວມ​ສະ​ເໜີິ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ, ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ປະ​ຢັດ​ພະ​ລັງ​ງານ” ປີ 2015. ນີ້​ແມ່ນ​ການ​ເຄື່ອນ​ໄຫວນ​ອນ​ໃນ Festival “ຫົວ​ຄິດ​ປະ​ດິດ​ສ້າງ​ໜຸ່ມ” ທົ່ວ​ປະ​ເທດ​ຄັ້ງ​ທີ 8, ຂໍ່​່າ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ທົ່ວ​ພັກ​ຄັ້ງ​ທີ 12.

      ຈາກ​ສຳ​ເນົາ​ເອ​ກະ​ສານ​ສະ​ເໜີ 225 ​ຂອງ 46 ແຂວງ, ຄະ​ນະ​ຊາວ​ໜຸ່ມ ແລະ ຄະ​ນະ​ຊາວ​ໜຸ່ມ​​ສັງ​ກັດ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຄັດ​ເລ​ືອກ 36 ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດີ​ເດັ່ນ​ຂອງ​ຊາ​ວ​ໜຸ່ມ ​ເພື່ອຍ້ອງ​ຍໍ​​ຢູ່ Festival “ຫົວ​ຄິດ​ປະ​ດິດ​ສ້າງ​ໜຸ່ມ” ທົ່ວ​ປະ​ເທດ​ຄັ້ງ​ທີ 8. ນີ້​ແມ່ນ​ບັນ​ດາ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ທີ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ອອກ​ແຮງ​ງານ, ການ​ຜະ​ລິດ, ຮ່ຳ​ຮຽນຄົວ​ຈິງ ຫຼື ໄດ້​ຮັບ​ຕີ​ລາ​ຄາ​ວ່າ​ສາ​ມາດ​ນຳ​ໃຊ້​ເຂົ້າ​ຊີ​ວິດ​​ທາງ​ດ້ານເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

      ທີ່​ພິ​ທີ, ຄະ​ນະ​ຈັດ​ຕ​ັ້ງ​ໄດ້​ມອບ​ລາງວັນ​ການ​ເສັງ​ໃຫ້ 16 ຫົວ​ຂໍ້, ຜະ​ລິດ​ຕະ​ພັນ​ດີ​ເດັ່ນ​ທີ່​ສຸດ, ມີ​ລັກ​ສະ​ນະ​ນຳ​ໃຊ້​ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ສູງ ແລະ ມອບ​ລ​າງວັນ​ໝູ່​ຄະ​ນະ​ໃຫ້ 6 ຫົວ​ໜ່ວຍ​ດີ​ເດັ່ນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ