ມອບລາງວັນການເສັງຂຽນ“ແດນມາກໃນສາຍຕາຂອງນ້ອງ”

ມອບລາງວັນການເສັງຂຽນ“ແດນມາກໃນສາຍຕາຂອງນ້ອງ” - ảnh 1
​ພິ​ທີ​ມອບ​ລາງວັນ​ການ​ເສັງ​ຂຽນ “​ແດນ​ມາກ​ໃນ​ສາຍຕາ​ຂອງ​ນ້ອງ”
(ພາບ: dangcongsan)

(vovworld) – ຕອນ​ບ່າຍ​ວັນ​ທີ 13/6, ຢູ່​ຮ່າ​ໂນ້ຍ, ສະຖານທູ​ດ​ແດນ​ມາກ ປະຈຳ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ແດນ​ມາກ ​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ການ​ເສັງ​ຂຽນ “​ແດນ​ມາກ​ໃນ​ສາຍຕາ​ຂອງ​ນ້ອງ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ເຈີ່ນ​ຮົ່ງຮ່າ, ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ແດນ​ມາກ, ຖື​ວ່າ: ການ​ເສັງ​ແມ່ນ​ການ​ເຄື່ອນ​ໄຫວ​​ທີ່ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ແດນ​ມາກ (25/11/1971 – 25/11/2016). ຜູ້​ເຂົ້າ​ຮ່ວມ​ການ​ເສັງ​​ເກືອບ​ທັງ​ໝົດ​​ຍັງບໍ່​ທັນ​ມີ​ໂອກາດ​ໄປ​ຢ້ຽມຢາມ​ປະ​ເທດ ​ແດນ​ມາ​ກ ເທື່ອ ​ແຕ່​ພວກ​ນ້ອງ​ມີ​ຄ​​ວາມຮູ້​ອຸດົມສົມບູນ​ພິ​ເສດ​ກ່ຽວ​ກັບ​ວັດທະນະທຳ, ​ປະ​ຊາ​ຊົນ, ຊີວິດ​ການ​ເປັນ​ຢູ່​ຂອງ​ແດນ​ມາ​ກ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູ​ດ​ແດນ​ມາກປະຈຳ ຫວຽດນາມ ​ໄດ້​ປະກາ​ດສ້າງ​ຕັ້ງ​ເຄືອ​ຂ່າຍ​ອະ​ດີດນັກຮຽນ, ນັກ​ສຶກສາ​ເຄີຍ​ຮຽນ​ຢູ່ ຫວຽດນາມ - ​ແດນ​ມາກ. ການ​​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າຍ​ນີ້​ຈະ​ລວມມີ​ບັນດາ​ເຫດການ​ດ້ານ​ວັດທະນະ​ທຳ, ການ​ສຶກສາ, ​ການດຳ​ເນີນ​ທຸລະ​ກິດ…

ຂ່າວ/ບົດ​ອື່ນ