ມອບລາງວັນນັກທຸລະກິດໜຸ່ມອາຊຽນ+3ມຸ່ງໄປເຖິງການພັດທະນາແບບຍືນຍົງ

ມອບລາງວັນນັກທຸລະກິດໜຸ່ມອາຊຽນ+3ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 1
(ມອບລາງວັນນັກທຸລະກິດໜຸ່ມອາຊຽນ+3
ມຸ່ງໄປເຖິງການພັດທະນາແບບຍືນຍົງ)

(vovworld) - ຕອນ​ຄ່ຳ​ວັນ​ທີ 13/12, ພິ​ທີ​ມອບ​ລາງວັນ “​ນັກ​ທຸ​ລະ​ກິດ​ໜຸ່ມ​ອາ​ຊຽນ+3 ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ” ປີ 2015 ຖືກ​ໄຂ​ຂຶ້ນ​ຢູ່ນ​ະ​​ຄອນ​ໂຮ່​ຈິ​ມິນ​. ນີ້​ແມ່ນ​ເຫດ​ການນອນ​ໃນ​ເວ​ທີ​ປາ​ໄ​ສ​ “ນັກ​ທຸ​ລະ​ກິດ​ໜຸ່ມ​ອາ​ຊຽນ+3” ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊ​າ​ດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດ​ນາມ ສົມ​ທົບ​ກັບ​ສູນ​ກາງ​​ຄະ​ນະຊາ​ວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ແລະ ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ຈັດ​ຕ​ັ້ງ.

      ທີ່​ພິ​ທີ, ມີ​ນັກ​ທຸ​ລ​ະ​ກິດ​ໜຸ່ມທີ່ດີ​ເດັ່ນ 12 ຄົນ ໂ​ດຍ​​ແມ່ນບັນ​ດາ​ອົງ​ການ​ຮັບ​ຜິດ​ຊາວ​ໜຸ່ມ​ຂອງ 9 ປະ​ເທດ​ອາ​ຊຽນ ແລະ 3 ປະ​ເທດ​ຄູ່​ຮ່ວມ​ມື​ແມ່ນ​ຍີ່​ປຸ່ນ, ສ.ເກົາ​ຫຼີ ແລະ ຈີນ ສະ​ເໜີ​ໄດ້​ຮັບລາງວັນ​ອັນ​ສູງ​ສົ່ງ​ນີ້ຈາກຄະ​ນະ​ຈັດ​ຕັ້ງ​​ເວ​ທີ​ປາ​ໄສ​. ອ້າຍ ເລີມ​ຫງ​ອກ​ມິງ, ຜູ​້​ອຳ​ນວຍ​ການ​​ຝ່າຍບໍ​ລິ​ຫານ​ບໍ​ລິ​ສັດ​ການ​ຄ້າ ແລະ ຜ​ະ​ລິດຜ້າ​ເສື່ອ mousse ລຽນ​ອ໋າ ຈຳ​ກັດ, ຜູ້​ໄດ້​ຮັບ​ລາງວັນ​ແບ່ງ​ປັນ​ວ່າ.

      “ນີ້​ແມ່ນ​ລາງວັນ​ສາ​ກົນ ເຊິ່ງ​ຂ້າ​ພ​ະ​ເຈ​ົ້າ​​ເປັນ​ຕົວ​ແທນ​ໜຶ່ງ​ດ່ຽວ​ຂອງ​ປະ​ເທດ​ໄດ້​ຮັບ​. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຮູ້​ສຶກ​ພາກ​ພູ​ມ​ໃຈ​ທີ່​ສຸດແລະ ​ສິ່ງ​ດັ່ງ​ກ່າວ​ສ່ວຍ​ໃຫ້້​ຂ​້າ​ພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ວ່າ ຕົນ​ເອງ​ຕ້ອງ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ບໍ​ລິ​ຫານ​ບໍ​ລິ​ສັດ​​ໃຫ້​ດີ​​ກວ່າ ແລະ ພັດ​ທະ​ນາກວ່າ​. ລາງວັນ​ນີ້​ໄດ້​ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ​້​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນດີກວ່າ, ເພື່ອ​ມີ​ການ​ປະ​ກອບ​ສ່ວນ​ໃຫ້​ນະ​ຄອນ​ໂຮ່​ຈິ​ມິນ ແລະ ໃຫ້ປະ​ຊາ​ຄົມ​​ໄດ້ຫຼາຍກ​ວ່າ​ອີກ”.

ຂ່າວ/ບົດ​ອື່ນ