ມອບລາງວັນວັດທະນະທຳຟານເຈົາຈິງຄັ້ງທີ9

ມອບລາງວັນວັດທະນະທຳຟານເຈົາຈິງຄັ້ງທີ9 - ảnh 1
ສາດ​ສະ​ດາ​ຈານ ຈິ້ງຊວນ​ທ້ວນ
(ພາບອິນເຕີແນັດ)

(vovworld) -  ຕອນ​ຄ່ຳ​ວັນ​ທີ 24/03 ຢູ່​ນະຄອນ​ ໂຮ່ຈີ​ມິນ, ກອງ​ທຶນ​ວັດທະນະທຳ​ຟານ​​ເຈົາ​ຈິງ ​ໄດ້ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ວັດທະນະທຳ​ ຟານ​ເຈົາ​ຈິງ ຄັ້ງ​ທີ 9 - ປີ 2016 ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ບຸກຄົນ​ທີ່​ດີ​ເດັ່ນ ​ໄດ​້ ​ແລະ ພວມ​ມີ​ຄວາມ​ມານະ​ພະຍາຍາມບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ໃຫ້​​ແກ່ພາລະກິດ​ປ່ຽນ​​ໃໝ່​ວັດທະນະທຳ ​ແລະ ການ​ສຶກສາ ຫວຽດນາມ. ປີ​ນີ້, ລາງວັນ​ເພື່ອ​ພາລະກິດ​ວັດທະນະ​ທຳ - ການ​ສຶກສາ​ໄດ້​ມອບ​ໃຫ້​ບຸກຄົນມີ 2 ທ່ານ ​ເຊັ່ນ​ແມ່ນ ສາດ​ສະ​ດາ​ຈານ ຈິ້ງຊວນ​ທ້ວນ ​ແລະ ສາດ​ສະ​ດາ​ຈານ Pierre Darriulat (ນັກ​ຟີ​ຊິກ​ສາດ​ຊາວ ຝະລັ່ງ). ລາງວັນສຳລັບ​ການ​ແປ​ພາສາ​ຕົກ​ເປັນ​ຂອງ​ທ່ານ​ສາດ​ສະ​ດາ​ຈານ ດ່າວຮື​ວຢຸງ ດ້ວຍ​​ບັນດາ​ກິດຈະກຳ​ແປ​ພາສາບັນດາບົດ​ປະພັນດ້ານ​ປະຫວັດສາດ ​ແລະ ວັດທະນະທຳ​ທີ່​ມີຊື່​ສຽງ​ຂອງ ຍີ່ປຸ່ນ ມາ​ເປັນ​ພາສາ ຫວຽດນາມ. ສາດ​ສະ​ດາ​ຈານ ດ່າວຮື​ວຢຸງ ຜູ້​ທີ່ໄດ້​ຮັບ​ລາງວັນ​ແປ​ພາສາ​​ບັນດາ​ບົດ​ປະພັນດ້ານ​ປະຫວັດສາດ ​ແລະ ວັດທະນະທຳ​ທີ່​ມີຊື່​ສຽງຂອງ ຍີ່​ປຸນ ມາ​ເປັນ​ພາສາ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມື້ນີ້​ໄດ້​ຮັບ​ລາງວັນ​ດັ່ງກ່າວ, ກ່ອນ​ອື່ນ​ໝົດ ນັ້ນ​ແມ່ນການ​ສົ່ງ​ເສີມລະດົມ​ກຳລັງ​ໃຈ ​ແລະ ນັ້ນ​ກໍ່ແມ່ນການ​ຍອມຮັບ​ບັນດາການ​ອຸທິດ​ສ່ວນ, ບັນດາ​ວຽກ​ງານຂ້າພະ​ເຈົ້າ​ໄດ້​ເຮັດ ​ແລະ ຕິດຕາມ​ໃນ​ຕະຫລອດ 20 ປີຜ່ານມາ. ຂ້າພ​ະເຈົ້າ​ເຫັນ​ວ່າ ວຽກທີ່​ຕົນ​ເອງ​ເຮັດ​ໄດ້​ແມ່ນ​ ມີ​ຄວາມ​ໝາຍ. ສິ່ງ​ນີ້ ຈະ​ກະຕຸກ​ຊຸກຍູ້​ໃຫ້​ຂ້າພະ​ເຈົ້າ​ພະຍາຍາມ​​ໃນ​ອະນາ​ຄົດກ່ວາ​ອີກ”.

ຂ່າວ/ບົດ​ອື່ນ