ມອບລາງວັນໂຄສະນາກັບຕ່າງປະເທດໃຫ້ນັກຂ່າວອານເຊຣີ

ມອບລາງວັນໂຄສະນາກັບຕ່າງປະເທດໃຫ້ນັກຂ່າວອານເຊຣີ - ảnh 1
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອານ​ເຊ​​ຣີ
ມອບ​ລາງວັນໃຫ້​ແກ່​ນັກ​ຂ່າວ​ຊາວ​ອານ​ເຊ​ຣີ 2 ຄົນ
(ພາບ: ຫວຽດນາມ+)

(vovworld)- ວັນ​ທີ 10/11, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອານ​ເຊ​​ຣີ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນທີ 3 - ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບ​​ການໂຄສະ​ນາ​ກັບ​ຕ່າງ​ປະ​ເທດ ຄັ້ງ​ທີ 2 ປີ 2015 ໃຫ້​ແກ່​ນັກ​ຂ່າວ​ຊາວ​ອານ​ເຊ​ຣີ 2 ຄົນ ຄື ທ່ານ Aoura Racha ແລະ ທ່ານ Ryad Abada , ດ້ວຍ​​​ບົດ​ໜັງ​ສືມ​ພີມ “ນະ​ຄອນ​ໂຮ່​ຈີ​ມິນ, ຫົວ​ໃຈ​ເສດ​ຖະ​ກິດ ​ຂອງ​ຫວຽດ​ນາມ”. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ຟ໋າມ​ກັວກ​ຈຸ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອານ​ເຊ​ຣີ ໄດ້​​ຊົມ​ເຊີຍ ​ນັກ​ຂ່າວ​ 2 ຄົນ ທ່ານ Aoura Racha ແລະ ທ່ານ Ryad Abada ໄດ້​ຮັບລ້າງວັນ​ທີ 3, ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບການ​ໂຄ​ສະ​ນາ​ກັບ​ຕ່າງ​ປະ​ເທດ ຄັ້ງ​ທີ 2 ປີ 2015 ໂດຍ​ຄ​ະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ແລະ ຄະ​ນະ​ຊີ້ນ​ຳ​ສູນກ​າງ ກ່ຽວ​ກັບ​ວຽກ​ງານ​ໂຄ​ສະ​ນາ​ກັບ​ຕ່າງ​ປະ​ເທດ ຈັດ​ຕັ້ງ. ນີ້​ແມ່ນ​ລາງວັນ ​ເພື່ອແນ​ໃສ່​ເຊີດ​ຊູ​ບັນ​ດາ​ນັກ​ຂ່າວ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ ທີ່​ມີ​ບັນ​ດາ​ບົດ​​ໜັງ​ສື​ພີມ​ທີ່​ມີ​ຄຸນ​ຄ່າ, ປະ​ກອບ​ສ່ວນ​ເຂົ້າ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຮູບ​ພາບ​ປະ​ເທດ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ຊາວ​ຫວຽດ​ນາມ ຢູ່​ຫວຽດ​ນາມ ແລະ ໃນ​ທົ່ວ​ໂລກ. ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ໋າມ​ກັວກ​ຈຸ້ ສະ​ແດງ​ຄວາມ​ປາດ​ຖະ​ໜາ​​ວ່າ: ບັນ​ດາ​ນັກ​ຂ່າວ​ອານ​ເຊ​ຣີ ຈະ​ສືບ​​ຕໍ່ ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ໃນ​ໃສ່​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ ແລະ ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ເຮັດ​ໃຫ້​ມາ​ຫາ​ຊົນອານ​ເຊ​ຣີ ເຂົ້າ​ໃຈ​ແຈ້ງກວ່າ ກ່ຽວ​ກັບ​ຫວຽດ​ນາມ ໃນ​ປັດ​ຈຸ​ບັດ, ​ເຊິ່ງເປັນປະ​ເທດ​ໜຶ່ງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ເປີດ​ອົກ​ເປີດ​ໃຈ, ເປັນ​ຄູ່​ຮ່ວມ​ມື​​ທີ່​ໜ້າໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນຕະຫຼາດ​​ທີ່​ເຕັມ​ໄປ​ດ້ວຍຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ແລະ ເປັນ​​ສະ​ຖານ​ທີ່ດູດ​ດື່ມ​ສຳ​ລັບ​ແຂກທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ