ທ່ານ Mayerfas ເອກອັກຄະລັດຖະທູດ ອິນໂດເນເຊຍ
ປະຈຳຫວຽດນາມ
ພາບ:dangcongsan.vn
|
(vovworld)- ວັນທີ 25/1 ຢູ່ ຮ່າໂນ້ຍ, ທ່ານ ຫວູຊວນຮົ່ງ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມອບຫລຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Mayerfas ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ ຍ້ອນໄດ້ມີການປະກອບສ່ວນອັນຕັ້ງຫນ້າຫລາຍຢ່າງໃນການຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ ລະຫວ່າງສອງປະເທດ. ໃນອາຍຸການການທູດຢູ່ ຫວຽດນາມຂອງ ທ່ານ ເອກອັກຄະລັດຖະທູດ ອິນໂດເນເຊຍ Mayerfas, ການພົວພັນລະຫວ່າງຫວຽດນາມແລະ ອິນໂດເນເຊຍ ໄດ້ມີບັນດາບາດກ້າວພັດທະນາເປັນຫນ້າຮັບຮູ້. ວັນທີ 27/6/2013, ການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ສອງປະເທດ ໄດ້ລົງນາມໃນ ສັນຍາ ແລະ ຂໍ້ຕົກລົງຮ່ວມມືໃນຫລາຍຂົງເຂດກວ່າ 30 ສະບັບ. ກ່າວຄຳເຫັນນະພິທີ, ທ່ານ Mayerfas ໃຫ້ຮູ້ວ່າ: ໄລຍະຈະມາເຖິງ ບໍ່ວ່າໃນຖານະຕຳແຫນ່ງໃດ ທ່ານຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ອິນໂດເນເຊຍ ແລະ ຫວຽດນາມ.