ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມີນແມ່ນສະຖານທີ່ດຶງດູດຜູ້ມີຄວາມເກັ່ງກ້າສາມາດ,ສຸມພູມປັນຍາ

 

ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມີນແມ່ນສະຖານທີ່ດຶງດູດຜູ້ມີຄວາມເກັ່ງກ້າສາມາດ,ສຸມພູມປັນຍາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງມອບ​ຂອງ​ຂວັນ​ໃຫ້
ການ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ
ພາບ:TTXVN

(vovworld)- ​ໃນ​ການ​ໂອ້​ລົມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 3/10, ດ້ວຍ​ຫົວ​ຂໍ້: “ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 - ກາ​ລະ​ໂອ​ກາດ​ພັດ​ທະ​ນາ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ອາດ​ຊະ​ຍາ​ກຳ​ແບບ​ໃຫມ່”, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄຫມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ, ສະ​ນັ້ນ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ຂອງ​ໂລກ ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ:

        “ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ປະ​ຈຸ​ບັນ ຍັງ​ໃຫ​ຍ່​ຫລວງ​ຢູ່, ພວກ​ເຮົາ​ພວມ​ໃນ​ໄລ​ຍະ​ມີ​ ​ພົນ​ລະ​ເມືອງ​ໃນ​ເກນ​ອາ​ຍຸ​ເຮັດ​ວຽກ​ໄດ້ກວມ​ອັດ​ຕາ​ສ່ວນ​ສູງ, ແຕ່​ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ສຳ​ລັບ​ຫວຽດ​ນາມ ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ຍາດ​ແຍ່ງ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ສຸດ​ຂີດ ແລະ ມີ​ປະ​ສິດ​ທິ​ຜົນ​ບັນ​ດາ​ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4. ຖ​້າ​ຫາກ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ເປັນ​ຢ່າງ​ດີ ແລະ ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ້າ​ທາຍ, ຫວຽດ​ນາມ ຈະ​ສາ​ມາດ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ກ້າວ​ຫນ້າ, ປະ​ຕິ​ບັດ​ຄາດ​ໝາຍ​ກາຍ​ເປັນ​ປະ​ເທດອ​ຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ.”

        ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ເນັ້ນ​ຫນັກ​ວ່າ: ເພື່ອ​ສ້າງ ແລະ ເສີມ​ຂະ​ຫຍາຍ​ແຫລ່ງ​ກຳ​ລັງ​ພູມ​ປັນ​ຍາ ຫວຽດ​ນາມ ຄວນ​ມີ​ຫລາຍ​ມາດ​ຕະ​ການ ແລະ ວຽກ​ງານ, ໃນ​ນັ້ນ ມາດ​ຕະ​ການ​ສຳ​ຄັນ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ ບຳ​ລຸງ​ສ້າງ. ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ ຕ້ອງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ສິດ​ສອນ, ຮ່ຳ​ຮຽນ ແລະ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ສຸມ​ພ​ູມ​ປັນ​ຍາ​ດີ​ເດັ່ນ​ໃນ​ວົງ​ການ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄ້​ວາ ແລະ ສິດ​ສອນ.  


ຕອບກັບ

ຂ່າວ/ບົດ​ອື່ນ