ມາ​ນະ​ພະ​ຍາ​ຍາມ​ໃຫ້​ຫຼາຍ​ທີ່ສຸດ​ເພື່ອ​ຮັກ​ສາ​ຕະຫຼາດ​ແຮງ​ງານ

(VOVWORLD) -ມານະພະຍາຍາມໃຫ້ຫຼາຍທີ່ສຸດເພື່ອຮັກສາຕະຫຼາດແຮງງານຂໍ້ມູນຂ່າວນີ້ແມ່ນກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ຢູ່ທີ່ກອງປະຊຸມທາງອອນລາຍ ສະຫຼຸດ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍຈຸດສຸມ 6 ເດືອນທ້າຍປີໃນຂົງເຂດແຮງງານ, ຜູ້ມີຄຸນງາມຄວາມດີແລະສັງຄົມ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 16 ກໍລະກົດ.
ມາ​ນະ​ພະ​ຍາ​ຍາມ​ໃຫ້​ຫຼາຍ​ທີ່ສຸດ​ເພື່ອ​ຮັກ​ສາ​ຕະຫຼາດ​ແຮງ​ງານ - ảnh 1ກອງປະຊຸມທາງອອນລາຍ ສະຫຼຸດ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍຈຸດສຸມ 6 ເດືອນທ້າຍປີໃນຂົງເຂດແຮງງານ, ຜູ້ມີຄຸນງາມຄວາມດີແລະສັງຄົມ (ພາບ:  molisa.gov.vn

ໃນ 6 ເດືອນຜ່ານມາ, ຜູ້ອອກແຮງງານຢູ່ຂົງເຂດວິສາຫະກິດໄດ້ຫຼຸດລົງຢ່າງແຮງ, ຕົ້ນຕໍແມ່ນຢູ່ບາງຂະແໜງອາຊີບຄື: ຕັດຫຍິບ, ເກີບໜັງ, ກະເປົາ…ອັດຕາໄພວາງງານຂອງກຳລັງແຮງງານຢູ່ເຂດຕົວເມືອງແມ່ນຢູ່ໃນລະດັບສູງທີ່ສຸດໃນ 10 ປີຜ່ານມາ.

ນັບແຕ່ນີ້ຮອດທ້າຍປີ, ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ຂະແໜງຕ້ອງປະເຊີນໜ້າໃນການແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ຮັບປະກັນການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນ… ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:

ພວກເຮົາຍິ່ງເຫັນຄວາມຫຍຸ້ງຍາກ, ຍິ່ງມີຄວາມຕັດສິນໃຈກ່ວາເພື່ອປະຕິບັດວຽກງານຂອງຊຸມເດືອນທ້າຍປີ. ໃນນັ້ນ, ມານະພະຍາຍາມໃຫ້ຫຼາຍທີ່ສຸດເພື່ອຮັກສາຕະຫຼາດແຮງງານ, ເຮັດທຸກວິທີເພື່ອຊຸກຍູ້ເສດຖະກິດ. ໄປຄຽງຄູ່ກັບການສ້າງລະບອບລະບຽບການນັ້ນ ຕ້ອງໃຫ້ບຸລິມະສິດອັນດັບໜຶ່ງ ແກ່ການວາງແຜນໂຄງການ, ເປົ້າໝາຍ. ສືບຕໍ່ຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມເຮັດແນວໃດເພື່ອໃຫ້ປະຊາຊົນແລະ ວິສາຫະກິດໄດ້ສຳຜັດກັບບ້ວງເງິນກູ້ຢືມ ຈາກທະນາຄານນະໂຍບາຍສັງຄົມຈຳນວນ16 ພັນຕື້ດົງ.

ຕອບກັບ

ຂ່າວ/ບົດ​ອື່ນ