ມາ​ເລ​ເຊຍ ຊຸກ​ຍູ້​ປະ​ຊາ​ຄົມ ອາ​ຊຽນ ເຊື່ອ​ມ​ຕໍ່​ເຕັກ​ນິກ​ດີ​ຈີ​ຕອນ

(VOVWORLD) -ກະຊວງສື່ສານ ແລະ ນາໆພາຫະນະ ມາເລເຊຍ (KKMM) ໃຫ້ຮູ້ວ່າ ປະເທດນີ້ຈະຮັບບົດບາດເປັນປະເທດເຈົ້າພາບ ຈັດກອງປະຊຸມລັດຖະມົນຕີເຕັກນິກດີຈີຕອນ ອາຊຽນ (ADGMIN1) ຄັ້ງທຳອິດ ເຊິ່ງຈະຈັດຂຶ້ນຕາມຮູບການທາງອອນລາຍ ນັບແຕ່ວັນທີ 21 – 22 ມັງກອນ 2021.

        ວັນທີ 14 ທັນວາ, ກະຊວງສື່ສານ ແລະ ນາໆພາຫະນະ ມາເລເຊຍ (KKMM) ໃຫ້ຮູ້ວ່າ ປະເທດນີ້ຈະຮັບບົດບາດເປັນປະເທດເຈົ້າພາບ ຈັດກອງປະຊຸມລັດຖະມົນຕີເຕັກນິກດີຈີຕອນ ອາຊຽນ (ADGMIN1) ຄັ້ງທຳອິດ ເຊິ່ງຈະຈັດຂຶ້ນຕາມຮູບການທາງອອນລາຍ ນັບແຕ່ວັນທີ 21 – 22 ມັງກອນ 2021. ຫົວຂໍ້ຂອງກອງປະຊຸມ ADGMIN1 ຄັ້ງນີ້ ແມ່ນ “ອາຊຽນ: ປະຊາຄົມເຊື່ອມຕໍ່ເຕັກນິກດີຈີຕອນ”. ດ້ວຍຫົວຂໍ້ດັ່ງກ່າວ, ADGMIN1 ໃຫ້ຮູ້ວ່າ ຈະມານະພະຍາຍາມຍູ້ແຮງການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ມຸ່ງໄປສູ່ການສ້າງລະບົບເສດຖະກິດເຕັກນິກດີຈີຕອນຄືດັ່ງເສົາຄ້ຳໃນແຜນການພັດທະນາໃນໄລຍະຫຼັງໂລກລະບາດໂຄວິດ - 19. ຈຸດສຸມຂອງກອງປະຊຸມດັ່ງກ່າວແມ່ນຄວາມສຳຄັນຂອງລັກສະນະເປັນໃຈກາງ ແລະ ຄວາມເປັນເອກະພາບໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ພັດທະນາປະຊາຄົມ ອາຊຽນ ໃນບັນດາຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ປ້ອງກັນຂໍ້ມູນຂ່າວສານ, ຂໍ້ມູນສ່ວນຕົວ, ເຕັກໂນໂລຢີ 5G ແລະ ຊຸກຍູ້ການປ່ຽນແປງໃໝ່, ກ້າວໜ້າພ້ອມກັບການຄ້າເອເລັກໂຕນິກ.

        ຕາມ KKMM, ກອງປະຊຸມກໍຢາກເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຂອງ ອາຊຽນ ເຊິ່ງລວມມີ ຍີ່ປຸ່ນ, ຈີນ, ສະຫະພາບເອີຣົບ, ອາເມລິກາ, ສ.ເກົາຫຼີ ແລະ ອິນເດຍ ໃນການຊຸກຍູ້ບັນດານະໂຍບາຍເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົ້ນຫາ ແລະ ຂຸດຄົ້ນບັນດາເຕັກໂນໂລຢີໃໝ່, ຍົກສູງກຳລັງຄວາມສາມາດຮັບມືກັບໄພນາບຂູ່ໃນເຄືອຂ່າຍ ອິນເຕີແນັດ.


 

ຕອບກັບ

ຂ່າວ/ບົດ​ອື່ນ