ມາເລເຊຍ ເນລະເທດເອກອັກຄະລັດຖະທູດ ສປປ ເກົາຫຼີ

ມາເລເຊຍ ເນລະເທດເອກອັກຄະລັດຖະທູດ ສປປ ເກົາຫຼີ - ảnh 1
ລົດ​ຂອງ​ທ່ານ Kang Chol, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ສ​ປ​ປ ເກົາຫຼີ ປະ​ຈຳ ມາ​ເລ​ເຊຍ
(ພາບ: EPA/TTXVN) 

(vovworld) - ​​ ​​ ​ວັນ​ທີ 4/3, ມາ​ເລ​ເຊຍ ໄດ້​ປະ​ກາດ​ເນ​ລະ​ເທດ ທ່ານ Kang Chol, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ສ​ປ​ປ ເກົາຫຼີ ປະ​ຈຳ ປະ​ເທດນີ້ ຍ້ອນ​ສາຍ​ເຫດ​ທີ່​ວ່າ: ທ່ານນີ້​ແມ່ນ “​ເຈົ້າ​ໜ້າ​ທີ່ບໍ່​ໄດ້​ຊົມ​ເຊີຍ”, ພ້ອມ​ທັງ​ຮ​ຽກ​ຮ້ອງ​ໃຫ້​ນັກ​ການ​ທູດ​ທ່ານນີ້​ຕ້ອງ​ອອກ​ຈາກ ມາ​ເລ​ເຊຍ ໃນ​ຮອບ​ເວ​ລາ 48 ຊົ່ວ​ໂມງ ນັບ​ແຕ່ 18 ໂມງ ວັນ​ທີ 4/3. ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ ມາ​ເລ​ເຊຍ ຍົກ​ອອກ​ມາ​ພາຍຫຼັງ​ທີ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາຫຼີ Kang Chol ບໍ່​ໄປ​ເຂົ້າ​ຮ່ວມ​ການ​ພົບ​ປະ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ​ຮຽກໂຮມ​ໃນ​ວັນ​ດຽວ​ກັນ. ທ່ານ Anifah Aman, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ມາ​ເລ​ເຊຍ ກໍ່​ໃຫ້​ຮູ້​ວ່າ: ບໍ່​ມີ​ເຈົ້າ​ໜ້​າ​ທີ່​ຜູ້​ໃດ​ຂອງ ສ​ປ​ປ ເກົາຫຼີ ມີ​ໜ້າ​ໃນ​ການ​ພົບ​ປະ​ຄັ້ງ​ນີ້. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Aman ກໍ່​ປະ​ກາດ​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ໄດ້​ຝາກ​ສານ​ການ​ທູດ​ເຖິງ ສະ​ຖານ​ທູດ ສ​ປ​ປ ເກົາຫຼີ ຢູ່ ກົວ​ລາ​ລຳ​ປົວ ປະ​ກາດ​ວ່າ: ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາຫຼີ Kang Chol ຕ້ອງ​ອອກ​ຈາກ​ປະ​ເທດນີ້​ໃນ​ຮອບ​ເວ​ລາ 48 ຊົ່ວ​ໂມງ.


ຂ່າວ/ບົດ​ອື່ນ