ມາເລເຊຍຈັບຕົວຜູ້ຖືກສົງໄສກ່ຽວຂ້ອງເຖິງເຫດວາງລະເບີດຢູ່ໄທ2ຄົນ
(ພາບປະກອບ: CNN)
(vovworld) – ວັນທີ 11/09, ຕຳຫຼວດໄທ ໃຫ້ຮູ້ວ່າ, ຕຳຫຼວດມາເລເຊຍ ໄດ້ແຈ້ງໃຫ້ຝ່າຍໄທ ຊາບກ່ຽວກັບເລື່ອງຈັບຕົວ 2 ຄົນທີ່ຖືກສົງໄສກ່ຽວຂ້ອງເຖິງເຫດວາງລະເບີດຢູ່ວິຫານ ເອຣາວັນ ແລະ ທ່າກຳປັ່ນ ສາທອນ ຢູ່ບາງກອກ ເມື່ອເດືອນກ່ອນ. ແຫຼ່ງຂ່າວດັ່ງກ່າວກໍໃຫ້ຮູ້ວ່າ, ພົນຕີຕຳຫຼວດໄທ ສຸຈາດ ທິຣະສະວັດ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງໄປຍັງມາເລເຊຍ ຮັບຜິດຊອບກຸ່ມສືບສວນຮ່ວມມືກັບປະເທດບ້ານໃກ້ເຮືອນຄຽງນີ້ ໄດ້ກັບເມື່ອປະເທດໃນວັນທີ 11/09. ປະຈຸບັນ, ທ່ານ ສຸຈາດ ພວມຢູ່ແຂວງ ຢາລາ ເພື່ອລໍ້ຖ້າຝ່າຍມາເລເຊຍ ປະກາດຈະພາຕົວຜູ້ຖືກສົງໄສ 2 ຄົນດັ່ງກ່າວກັບເມື່ອໄທ ຫຼື ບໍ່. ພົນຕີ ສຸຈາດ ໄດ້ໄປຍັງມາເລເຊຍ ເມື່ອວັນທີ 07/09, ພາຍຫຼັງມີຫຼັກຖານຊີ້ໃຫ້ເຫັນວ່າ ມີຜູ້ຖືກສົງໄສວາງລະເບີດຄົນໜຶ່ງ ໄດ້ເດີນທາງອອກຈາກໄທຢ່າງຜິດກົດໝາຍ ຢູ່ເຂດຊາຍຕິດກັບແດນມາເລເຊຍ, ຢູ່ແຂວງທາງພາກໃຕ້ ນາຣາທິວັດ.