ມາເລເຊຍຖືກຈັດວາງໃນສະພາວະເຕືອນໄພສູງສຸດຍ້ອນໄພນາບຂູ່ຈາກISຢູ່ໄທ

ມາເລເຊຍຖືກຈັດວາງໃນສະພາວະເຕືອນໄພສູງສຸດຍ້ອນໄພນາບຂູ່ຈາກISຢູ່ໄທ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ຕ​ຳ​ຫຼວດ​ມາ​ເລ​ເຊຍ ພ​ວມ​ຖືກ​ຈັດ​ວາງໃນ​ສະ​ພາ​ວະ​​ເຕືອນ​ໄພ​ສູ​ງ​ສຸດ ພາຍ​ຫຼັງ​ ​ໄດ້​ຮັບ​ຂ່າວ​ວ່າ, ບັນ​ດາ​ພ​ວກ​ກະ​ບົດ​ຂຶ້ນ​ກັບ​ອົງ​ກ​ານ​ລັດ​ອິດ​ສະ​ລາມ (IS) ​ອ້້າງ​ຊື່​ເອງ ໄດ້​ແຊກ​ຊຶມ​ເຂົ້າ​ໄທ. ໜັງ​ສືພິມ “New Straits Times” ໄດ້​ຂັດ​ຄຳ​ເວົ້າ​ຂອງ​ຜູ້​ຫົວ​ໜ້າອົງ​ການກວດ​ກາ​ຕຳ​ຫຼ​ວດ​ລາ​ຊະ​ອາ​ນາ​ຈັກ​ມາ​ເລ​ເຊຍ Khailid Abu Bakar ​ທີ່ກ່າວ​ຄຳ​ເຫັນ​​ໃນກ​ານ​ປະ​ຊຸມ​ຂ່າວ​​ເມື່ອ​ວັນ​ທີ 05/12 ໃຫ້​ຮູ້​ວ່າ, ຕຳ​ຫຼ​ວດ​ໄດ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບໍ່​ວ່າ​ເຫດ​ການ​ໃດ​ທີ່​ເກີດ​ຂຶ້ນ ແລະ ມີ​ຄວ​າມ​ລະ​ມັດ​ລະ​ວັງ​ຕໍ່​ບັນ​ດາ​ໄພ​ນາບ​ຂູ່​ຈາກ IS. ທ່ານ Khailid ເນັ້ນ​ໜັກ​ວ່າ, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໄທ ພວມ​​ຖືກ​ຈັດວາງ​ໃນ​ສະ​ພາ​​ເຕືອນ​ໄພ ແລະ ມາ​ເລ​ເຊຍ ບໍ່​ອາດ​​ຖື​ເບົາ​ສິ່ງນັ້ນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ກົວ​ລາ​ລຳ​ເບີ ຈະ​ເຮັດ​ວຽກ​ພ້ອມ​ກັບ ​ບາງກອກ ເພື່ອ​ອັບ​ເດັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ໄພ​ນາບ​ຂູ່​ຈາກ IS.

ຂ່າວ/ບົດ​ອື່ນ