ມາເລເຊຍພ້ອມແລ້ວທີ່ຈະເຈລະຈາກັບສປປ.ເກົາຫຼີ
ທ່ານນາຍົກລັດຖະມົນຕີ Najib Razak ແລະ
ທ່ານຮອງນາຍົກລັດຖະມົນຕີມາເລເຊຍ Ahmad Zahid Hamidi
(ພາບປະກອບ: EPA/TTXVN)
(vovworld) - ວັນທີ 08/03, ທ່ານຮອງນາຍົກລັດຖະມົນຕີມາເລເຊຍ Ahmad Zahid Hamidi ໃຫ້ຮູ້ວ່າ, ມາເລເຊຍ ພ້ອມແລ້ວທີ່ຈະເຈລະຈາກັບສປປ.ເກົາຫຼີ ເພື່ອຊອກຫາມາດຕະການສັນຕິພາບໃຫ້ບັນດາຄວາມເຄັ່ງຕຶງໃນການພົວພັນທາງການທູດລະຫວ່າງ 2 ຝ່າຍ. ທ່ານຮອງນາຍົກລັດຖະມົນຕີ Zahid ໄດ້ຢ້ຳຄືນຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ Najib Razak ທີ່ວ່າ ບໍ່ຕັດຂາດການພົວພັນທາງການທູດກັບສປປ.ເກົາຫຼີ ໂດຍບໍ່ຫົວຊາຕໍ່ບັນດາການຖົກຖຽງກັນພວມປີນຂັ້ນໄດລະຫວ່າງ 2 ຝ່າຍ. ທ່ານ Zahid ກໍ່ຢືນຢັນເຖິງຄວາມສຳຄັນຂອງການຮັກສາການພົວພັນທາງການທູດກັບສປປ.ເກົາຫຼີ, ພ້ອມທັງໃຫ້ຮູ້ວ່າ, ກະຊວງການຕ່າງປະເທດມາເລເຊຍ ຈະປຶກສາຫາລືກັບຄະນະຜູ້ແທນສປປ.ເກົາຫຼີ, ເຊິ່ງພວມມີໜ້າຢູ່ Kuala Lumpur ເພື່ອຊອກຫາມາດຕະການແກ້ໄຂຢ່າງສົມເຫດສົມຜົນ.
ຄວາມເຄັ່ງຕຶງທາງການທູດລະຫວ່າງ 2 ຝ່າຍຖືກເກີດຂຶ້ນ ພາຍຫຼັງມີພົນລະເມືອງສປປ.ເກົາຫຼີ ຖືໜັງສືຜ່ານແດນມີຊື່ວ່າ Kim Chol ຖືກເສຍຊີວິດ 3 ອາທິດ.