ມຽນມາສົ່ງເສີມການຮຽບຮຽງກອບສົນທະນາຕາມວິວັດທະນາການສັນຕິພາບ

ມຽນມາສົ່ງເສີມການຮຽບຮຽງກອບສົນທະນາຕາມວິວັດທະນາການສັນຕິພາບ - ảnh 1
ມຽນມາສົ່ງເສີມການຮຽບຮຽງ
ກອບສົນທະນາຕາມວິວັດທະນາການສັນຕິພາບ
(ພາບ​ປະ​ກອບ: THX/TTXVN)

(vovworld) - ວັນ​ທີ 24/11, ເປັນ​ຄັ້ງ​ທຳ​ອິດ​ທີ່ຄະ​ນະ​ກຳ​ມະ​ການ​​ສົນ​ທະ​ນາ​ຮ່ວມກ່ຽວ​ກັບ​ສັນ​ຕິ​ພາບ​ສະ​ຫະ​ພາບ (UPDJC) 3 ຝ່າຍ ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ສູນ​ສັນ​ຕິ​ພາບ​ມຽນ​ມາ ​ເພື່ອ​ກະ​ກ​່ຽ​ມ​ໃຫ້​ເລື່ອງ​ຮຽບ​ຮຽງ​ກອບ​ການ​​ສົນ​ທະ​ນາຕາມ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ. ທີ່​ກອງ​ປະ​ຊຸ​ມ, UPDJC ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ຮຽບ​ຮຽງ​ກອບ​​ສົນ​ທະ​ນາ​ກ່ອນ​ວັນ​ທີ 14/12 ຕາມ​ແຜນ​ການ​ຢຸດ​ຍິງ​ທີ່​ໄດ້​ກຳ​ນົດ ແລະ ​​ສົນ​ທະ​ນາ​ຢ່າງ​ເປັນ​ທາງ​ການ ທີ່​ໄດ້​ວາງ​ອອກ​ກ່ອນ​ວັນ​ທີ 14/01/2016, ພາຍ​ຫຼັງ​ກອບ​​ສົນ​ທະ​ນາການ​ເມືອງ​ໄດ້​ວາງ​ອອກ​ຢ່າງ​ເປັນ​ທາງ​ການ. ກ່ອນ​ທ່ີ UPDJC ໄດ້​ຮັບ​ການ​ສ້າງ​ຕັ້ງ, ຄະ​ນະ​ຕິດ​ຕາມກວດ​ກາ​ຄຳ​ສັ່ງ​ຢຸດ​ຍິງ​ລວມ​ຂັ້ນ​ລັດ​ສະ​ຫະ​ພາບ (JCMC) ກໍ​ໄດ້​ຮ​ັບ​ການ​ສ້າງ​ຕັ້ງ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ແຫ່ງ​ຊາດ (NCA) ເຊິ່ງ​ລັດ​ຖະ​ບານ ແລະ 8 ກຸ່ມ​​ເຜົ່າ​ຜັນປະ​ກອບ​ອາ​ວຸດ​ໄດ້​ລົງ​ນາມ​ເມື່ອ​ວັນ​ທີ 15/10 ແລ້ວ.

ຂ່າວ/ບົດ​ອື່ນ