ມື້​ເຮັດ​ວຽກ​ທີ 2 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸ​ດ​ທີ XIII

(VOVWORLD) -ວັນທີ 6 ກໍລະກົດເຊິ່ງແມ່ນມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຊຸດທີ XIII.

ມື້​ເຮັດ​ວຽກ​ທີ 2 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸ​ດ​ທີ XIII - ảnh 1ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຊຸດທີ XIII

ຕອນເຊົ້າ: ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ ຫໍປະຊຸມເພື່ອປຶກສາຫາລືກ່ຽວກັບສະພາບການ, ໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນແຫ່ງຊາດ, ການລົງທຶນສາທາລະນະໄລຍະ 5 ປີ 2016 – 2020 ແລະ ຄາດຄະເນແຜນການ 5 ປີ 2021 – 2025. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ບໍລິຫານການປຶກສາຫາລື.

ຕອນບ່າຍ: ຄະນະບໍລິຫານງານສູນກາງພັກ ໄດ້ ເຮັດວຽກຢູ່ຕາມໜ່ວຍປຶກສາຫາລືຮ່າງກົດລະບຽບເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາສູນກາງພັກຊຸດທີ XIII, ຮ່າງກົດລະບຽບການເຮັດວຽກຂອງຄະນະກວດກາສູນກາງພັກຊຸດທີ XIII.

ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນປະຊຸມ, ພິຈາລະນາ, ປະຕິບັດວິໄນພະນັກງານ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ເປັນປະທານ ແລະ ບໍລິຫານລາຍການກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື, ສະຫຼຸບ ແລະ ລົງມະຕິປະຕິບັດວິໄນ ອະດີດກຳມະການສູນກາງພັກ 2 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ