ມື້ເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ມື້ເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1
( ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13 )

( vovworld ) -   ວັນ​ທີ 24/5, ​​ເຊິ່ງແມ່ນມື້​ເຮັດ​ວຽກທີ 4 ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13. ຕອນ​ເຊົ້າ​ວັນ​ທີ 24/5, ບັນດາ ສສຊ ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ການ​ຕີ​ລາຄາ​​ເພີ່ມ​ເຕີ່​ມໝາກຜົນ​ແຫ່ງ​ການ​​ປະຕິບັດແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ງົບປະມາ​ນແຫ່ງ​ລັດ​​ໃນ​ປີ 2011. ​​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມາ​ແຫ່ງ​ລັດໃນ​ຊຸມ​ເດືອນ​ຕົ້ນ​ປີ 2012. ບັນດາ ສສຊ ຍັງປຶກສາ​ຫາລື​ກ່ຽວ​ກັບສະຫຼຸບງົບປະມານ​ແຫ່ງ​ລັດ​ປີ 2010 ​ແລະ ​ເລື່ອງ​​ເພີ່ມ​ເຕີມບາງ​ແຜນ​ຮ່າງ​ໃໝ່​ນຳ​ໃຊ້​ແຫຼ່ງທຶນ​ພັນທະບັດ​ລັດຖະບານ​ໄລຍະ 2012 – 2015. ​

        ​ເມື່ອປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ໃນ​ຊຸມ​​ເດືອນ​ຕົ້ນ​ປີ 2012, ຄຳ​ຄິດ​ຄຳ​ເຫັນ​ເກືອບ​ທັງ​ໝົດ​ຂອງບັນດາ ສສຊ ລ້ວນ​ແຕ່​ໄດ້​ຖື​ວ່າ ບົດ​ລາຍ​ງານ​ຂອງ​ລັດຖະບານ​ໄດ້​ຕີ​ລາຄາ​ຢ່າງ​ຮອບດ້ານ​ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເສດຖະກິດ​ສັງຄົມ ​ແລະ ສິ່ງ​ທ້າທ້າຍ​ໃນ​ຕໍ່ໜ້າ ​ແລະ ຍາວ​ນານທີ່​ມີ​ຕໍ່​ພື້ນຖານ​ເສດຖະກິດ​, ສັງຄົມ. ບົດ​ລາຍ​ງານ​ຂອງ​ລັດຖະບານ​ໄດ້​ຊີ້​ແຈ້ງ​ເຖິງ​ບັນດາ​ສັນຍານຫຼຸດ​ລົງ​ຂອງການ​​ເຕີບ​ໂຕ​ດ້ານ​ເສດຖະກິດ. ລະດັບ​ການ​ເຕີບ​ໂຕ GDP ​ໃນ​ໄຕ​ມາດ​ທີ 1 ປີ 2012 ບັນລຸ​ພຽງ 4%, ຕໍ່າ​ກວ່າ​ຫຼາຍເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ 2011 ( 5,57% ). ຖ້າ​ບໍ່​ມີ​ຄວາມ​ຕັດສິນ​ໃຈ​ສູງ​ແມ່ນ​ຍາກ​ທີ່​ບັນລຸ​ໄດ້​ຈຸດໝາຍ GDP ທີ່​ໄດ້​ວາງ​ອອກ​ໃຫ້​ທົ່ວ​ປະ​ເທດ​ຄື 6 - 6,5%. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ສສຊ ​ແຂວງ ຮ່າ​ຕິ້ງ ​ໄດ້​ຖື​ວ່າ, ບັນດາ​ສິ່ງ​ທ້າ​ທ້າຍ, ຄວາມ​ຫຍຸ້ງຍາກ​​ເຫັນ​ໄດ້​​ຢ່າງ​ຈະ​ແຈ້ງ, ​ແຕ່​ສິ່ງ​ສຳຄັນ​ແມ່ນ​ສະພາ​ແຫ່ງ​ຊາດ​ປະກອບສ່ວນ​ວາງ​ມາດ​ຕະການ​ແກ້​ໄຂເພື່ອ​ຕັດສິນ​ໃຈ​ຮັກສາ​ລະດັບ​ເຕີບ​ໂຕ GDP ທີ່​ໄດ້​ວາງ​ອອກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ກໍ​ສະ​ເໜີ​ໃຫ້​ລັດຖະບານ​ຄວນ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ ຢ່າງ​ຂ້ຽວ​ຂາດ​ກວ່າ​ອີກ ​ເພາະວ່າ​ມາ​ຮອດ​ປະຈຸ​ບັນ​ຍັງມີ​ຫຼາຍ​ບັນຫາ​ທີ່​ຍັງຄົງ​ຂ້າງ ​ແລະ ​ແກ່ຍາວ. ທ່ານ Le Van Lai, ສສຊ ​ແຂວງ ກວາງ​ນາມ ​ໄດ້​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ເພີ່ມ​ທະວີ​ບ້ວງ​ເງິນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ປີ 2012. ທ່ານ​ກ່າວ​ວ່າ

   “ ຂ້າພະ​ເຈົ້າ​ສະ​ເໜີ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບ້ວງ​ເງິນ​ໜູນ​ຊ່ວຍ​ນີ້. ​ໃນ​ຄັ້ງ​ນີ້​ຕ້ອງ​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ກະສິກຳ, ຊົນນະບົດ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ຂ້າພະ​ເຈົ້າ​ສະ​ເໜີ​ຕ້ອງ​ຫຼຸດຜ່ອນ​ການ​ຮັດ​ແໜ້ນ​ເງິນ​ຕາ​ດ້ວຍຫຼາຍ​ຮູບ​​ແບບ ​ເຮັດ​ຄືແນວ​ນັ້ນ​ພື້ນຖານ​ເສດຖະກິດ​ຈຶ່ງ​ພັດທະນາ.”

ຂ່າວ/ບົດ​ອື່ນ