ມື້ເຮັດວຽກທີສາມຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12

(VOVWORLD) - ວັນທີ 6 ຕຸລາ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12 ກ້າວເຂົ້າສູ່ມື້ເຮັດວຽກທີສາມ. ຄະນະບໍລິຫານງານສູນກາງພັກ ເຮັດວຽກຢູ່ຫໍປະຊຸມ.
ມື້ເຮັດວຽກທີສາມຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ảnh 1 (ມື້ເຮັດວຽກທີສາມຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12)

ຕອນເຊົ້າ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານບໍລິຫານກອງປະຊຸມ. ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລື ແລະ ເລືອກຕັ້ງກຳມະການຄະນະເລຂາທິການຊຸດທີ 12 ຕື່ມອີກ 2 ທ່ານ, ແມ່ນທ່ານ: ຟານດິ່ງຈາກ, ກຳມະການສູນກາງພັກ, ຫົວໜ້າຄະນະພາຍໃນສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ທ່ານ ຫງວຽນຊວນທັ໋ງ, ກຳມະການສູນກາງພັກ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງປະທານສະພາທິດສະດີສູນກາງ.

ທ່ານ ເຈິ່ນກວົກເວື້ອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກຳມະການກວດກາສູນກາງ, ສະມາຊິກປະຈຳຄະນະເລຂາທິການ ໄດ້ອ່ານໃບສະເໜີຂອງກົມການເມືອງ ກ່ຽວກັບການປະຕິບັດວິໄນທ່ານ ຫງວຽນຊວນແອງ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ ດ່ານັ້ງ. ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງປະຕິບັດວິໄນທ່ານ ຫງວຽນຊວນແອງ ດ້ວຍຮູບການ ປົດຕຳແໜ່ງ ເລຂາຄະນະພັກນະຄອນ ດ່ານັ້ງ ແລະ ປົດຕຳແໜ່ງກຳມະການຄະນະບໍລິຫານງານສູນກາງພັກຊຸດທີທີ 12.

ຕອນບ່າຍ, ຄະນະບໍລິຫານງານສູນກາງພັກ ເຮັດວຽກຢູ່ຫໍປະຊຸມ. ທ່ານ ນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ຕາງໜ້າກົມການເມືອງບໍລິຫານວາລະປະຊຸມ. ຄະນະບໍລິຫານງານສູນກາງພັກປຶກສາຫາລືກ່ຽວກັບແຜນຮ່າງເພີ່ມທະວີວຽກງານປົກປັກຮັກສາ, ສົ່ງເສີມ ແລະ ຍົກສູງສຸຂະພາບໃຫ້ປະຊາຊົນໃນສະພາບການໃໝ່ ແລະ ແຜນຮ່າງກ່ຽວກັບວຽກງານຈຳນວນພົນລະເມືອງໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ