ມື້ເຮັດວຽກສຸດທ້າຍຂອງກອງປະຊຸມຂັ້ນສູງສປຊກ່ຽວກັບການຮ່ວມມືປະເທດທາງຜ່ານ,ຫັນການຄ້າເປັນສະດວກ

ມື້ເຮັດວຽກສຸດທ້າຍຂອງກອງປະຊຸມຂັ້ນສູງສປຊກ່ຽວກັບການຮ່ວມມືປະເທດທາງຜ່ານ,ຫັນການຄ້າເປັນສະດວກ - ảnh 1
ບັນ​ດາບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: TTXVN)


(vovworld) - ວັນ​ທີ 09/03, ຢູ່​ຮ່າ​ໂນ​້ຍ, ກອງ​ປະ​ຊຸມ​ຂັ້​ນ​ສູງ​ສະ​ຫະ​ປະ​ຊາ​ຊ​າດ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ເທດ​ທາງ​ຜ່ານ,ຫັນ​ການ​ຄ້າ​ເປັນ​ສະ​ດວກ, ການ​ຄ້າ ແລະ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ສົມ​ທົບ​ກັບ​ອົງ​ການ​ຕາງ​ໜ້າ​ຂັ້ນ​ສູງ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກຸ່ມ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາບໍ່​ມີ​ທະ​ເລ ແລະ ບັນ​ດາ​ປະ​ເທດ​ເກາະນ້ອຍ​ພ​ວມ​ພັດ​ທະ​ນາ ໄດ້​ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ສຸ​ດ​ທ້າຍ. ໃນ​ວາ​ລະ​ການ​ເຮັດ​ວຽກ, ບັນ​ດາ​ຜູ້​ແທນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກາ​ນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ​ບັນ​ດາມາດ​ຕະ​ການ​ປະ​ຕິ​ບັດ; ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ມາດ​ຕະ​ການ​​ເພີ່ມ​ທະ​ວີ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ສາ​ກົນ, ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ເພື່ອ​ຊຸກ​ຍູ້ການ​​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ ແລະ ປະ​ເທດ​​ທາງ​ຜ່ານ ເພື່ອ​ຊຸກ​ຍູ​້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຄ້າ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ