ຢູແກຼນ ວາງ​ເປົ້າ​ໝາຍ​​ສະ​ໜອງຢູ​ລາ​ນຽນ​ ດ້ວຍ​ຕົນ​ເອງ ເພື່ອ​ຜະ​ລິດ​ໄຟ​ຟ້າ ໃນ​ປີ 2026

(VOVWORLD) -ວັນທີ 29 ທັນວາ, ລັດຖະບານ ຢູແກຼນ ໄດ້ວາງເປົ້າໝາຍອາດຈະສະໜອງຢູລານຽນດ້ວຍຕົນເອງ ໃຫ້ແກ່ຄວາມຕ້ອງການຂອງບັນດາໂຮງງານໄຟຟ້ານິວເຄຼຍໃຫ້ພຽງພໍ ນັບແຕ່ປີ 2026ເປັນຕົ້ນໄປ.

ຢູແກຼນ ວາງ​ເປົ້າ​ໝາຍ​​ສະ​ໜອງຢູ​ລາ​ນຽນ​ ດ້ວຍ​ຕົນ​ເອງ ເພື່ອ​ຜະ​ລິດ​ໄຟ​ຟ້າ ໃນ​ປີ 2026 - ảnh 1ພາບປະກອບ: nangluongsachvietnam.vn

ຕາມເອກະສານທີ່ໄດ້ປະກາດໃນເວັບໄຊຂອງ ລັດຖະບານ ຢູແກຼນ, ຄະນະລັດຖະບານຂອງປະເທດນີ້ ໄດ້ຮັບຮອງເອົາໂຄງການເສດຖະກິດ ແຫ່ງຊາດກ່ຽວກັບການພັດທະນາເຂດປະສົມອຸດສາຫະກຳ - ນິວເຄຼຍ ແລະ ຢູແກຼນ ຈະລົງທຶນ ເຂົ້າໂຄງການພັດທະນາການຜະລິດ ຢູລານຽນ334,2 ລ້ານ USD ໃນ 5 ປີຈະມາເຖິງ. ເອກະສານໃຫ້ຮູ້ວ່າ ບັນດາໂຮງງານໄຟຟ້ານິວເຄຼຍຂອງ ຢູແກຼນ ຕ້ອງການຢູລານຽນ 2.200 – 2.400 ໂຕນ ຕໍ່ປີ ແລະ ປັດຈຸບັນ, ປະເທດນີ້ຕອບສະໜອງ ຄວາມຕ້ອງການ ໄດ້ປະມານ 40% ແລ້ວ, ສ່ວນຍັງເຫຼືອແມ່ນໄດ້ນຳເຂົ້າຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ