(vovworld) - ວັນທີ 06/06, ຫົວໜ້າອົງການປ້ອງກັນຄວາມສະຫງົບຢູແກຼນ (SBU) ທ່ານ Vasily Gritsak, ໃຫ້ຮູ້ວ່າ, ມີເປົ້າໝາຍຊາວຝລັ່ງ ຄົນໜຶ່ງຖືກຕຳຫຼວດ ຢູແກຼນ ຈັບຕົວຫວ່າງແລ້ວນີ້ ຢູ່ເຂດຊາຍແດນລະຫວ່າງຢູແກຼນ ແລະ ໂປໂລຍ, ແມ່ນມີກົນອຸບາຍບຸກໂຈມຕີກໍ່ການຮ້າຍໃສ່ສະຖານທີ່ຕ່າງໆຢູ່ຝລັ່ງ ໃນໂອກາດດຳເນີນການແຂ່ງຂັນບານເຕະຊິງຊະນະເລີດເອີລົບ (EURO) 2016. ໂດຍລະອຽດແມ່ນ, ຕາມຂໍ້ມູນສືບສວນ, ຜູ້ນີ້ໄດ້ມີແຜນການບຸກໂຈມຕີໃສ່ບັນດາໂບດຂອງຊາວອິດສະລາມ, ຊາວຢິວ, ບັນດາອົງການບໍລິຫານຢູ່ຝລັ່ງ. ປະຈຸບັນ, ອົງການປ້ອງກັນຄວາມສະຫງົບຢູແກຼນ ຍັງບໍ່ທັນປະກາດຊື່ຂອງຜູ້ນີ້, ແຕ່ໃຫ້ຮູ້ວ່າ, ເປົ້າໝາຍນີ້ໄດ້ເອົາດິນລະເບີດ TNT ໄປນຳ 125 ກິໂລກຣາມ, 100 ແກັບລະເບີດ ແລະ ໜ້າກາກ 20 ອັນ ເພື່ອກະກຽມດຳເນີນການວາງລະເບີດບຸກໂຈມຕີກໍ່ການຮ້າຍ 15 ຄັ້ງ ກ່ອນ ແລະ ໃນເວລາດຳເນີນ EURO 2016. ຜູ້ນີ້ໄດ້ຕິດຕໍ່ກັບບັນດາກຸ່ມປະກອບອາວຸດຢ່າງຜິດກົດໝາຍຢູ່ຢູແກຼນ ເພື່ອຊື້ອາວຸດ ແລະ ດິນລະເບີດ.