ຢູແກຼນຈະຫ້າມນຳເຂົ້າບັນດາຜະລິດຕະພັນນ້ຳມັນຈາກລັດເຊຍ

ຢູແກຼນຈະຫ້າມນຳເຂົ້າບັນດາຜະລິດຕະພັນນ້ຳມັນຈາກລັດເຊຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ Arseny Yatsenyuk
(ພາບ: AFP/TTXVN)


(vovworld) - ​ວັນ​ທີ 06/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ Arseny Yatsenyuk ໃຫ້​ຮູ້​ວ່າ, ປະ​ເທ​ດນີ້​ມີ​ແຜນ​ການປະ​ກາດ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນ້ຳ​ມັນ. ນີ້​ແມ່ນ​ການ​ຜັນ​ແປ​ໃໝ່​ສຸດ​ໃນ​ບັ້ນ​ຮົບ​ເສດ​ຖະ​ກິດ​ລະ​ຫວ່າງ​ Kiev ແລະ ມົດ​ສະ​ກູ ນັບ​ແຕ່​ພາຍ​ຫຼັງ​ເຫດ​ການ​ລັດ​ເຊຍ ໂອນ​ເຂົ້າ​ແຫຼມ Crimea ເມື່​ອ​ປີ 2014. ຄຽງ​ຂ້າງນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ ກໍ​ໃຫ້​ຮູ້​ວ່າ, ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ປະ​ເທດນີ້ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຍົກ​ເລິກ​ພາ​ສີ​ນຳ​ເຂົ້າ​ສຳ​ລັບ​​ລົດ​ໂອ​ໂຕ​ມື 2, ​ເວນ​ເສຍ​​ແຕ່ບັນ​ດາ​ລົດ​ໂອ​ໂຕ​ທີ່ຜະ​ລິດ​​ຢູ່​ລັດ​ເຊຍ. ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອຳ​ນາດ​ການ​ປົກ​ຄອງ Kiev ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ຈະ​ເຮັດ​ໃຫ້​​ສາຍ​ພົວ​ພັ​ນ​ກັບ​ລັດ​ເຊຍ​ຮ້າ​ຍ​ແຮງກວ່າ​ເກົ່າ. ຖາ້​ຫາກຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກນຳ​້​ມັນ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ຈະ​ບັງ​ຄັບ​ໃຫ້​ຢູ​ແກຼນ ຕ້ອງ​ຊອກ​ຫາ​ນັກ​ສະ​ໜອງ​ໃໝ່​ໃນ​ສະ​ພາບ​ການ​ທີ່​ປະ​ເທດນີ້ ພວມ​ອີງ​ໃສ່​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ຂອງ​ລັດ​ເຊຍ ເປັນ​ຕົ້ນ.

ຂ່າວ/ບົດ​ອື່ນ