ຢູແກຼນຖະແຫຼງຈະຕ້ານຄືນຄຳຮຽກຮ້ອງໃຊ້ໜີ້ຂອງລັດເຊຍ

ຢູແກຼນຖະແຫຼງຈະຕ້ານຄືນຄຳຮຽກຮ້ອງໃຊ້ໜີ້ຂອງລັດເຊຍ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ລັດ​ເຊຍ Anton Siluanov
(ພາບ: Press TV)

(vovworld) –​ ​ ​ວັນ​ທີ 18/02, ຢູ​ແຫຼນ ໄດ້​ຖະ​ແຫຼງວ່າ, ປະ​ເທດ​ນີ້​ຕັດ​ສິນ​ໃຈ​ຕ້ານ​ຄືນ​ຄຳ​ຮຽກ​ຮ້ອງ​ຂອງ​ລັດ​ເຊຍ ທີ່​ທ່ວງ​ໃຫ້​​ໃຊ້​ໜີ້​ບ້ວງ​ເງິນ​ທັງ​ໝົດ 3 ຕື້ USD ນັບ​ແຕ່​ປີ 2013. ກະ​ຊວງ​ກາ​ນ​ຄ​້າ​ຢູ​ແກຼນ ຖະ​ແຫຼງວ່າ, ປະ​ເທດນ​ີ້ ພ້ອມ​ແລ້ວ​ທີ່​ຈະ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ຢູ່​ສານ​ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ. ຄຳ​ຖ​ະ​ແຫຼງ​ດັ່ງ​ກ່າວ​ຂອງ​ຢູ​ແກຼນ ​ຖືກ​ຍົ​ກ​ອອກ​ມາພາຍ​ຫຼັງ​ລັດ​ເຊຍ ​ຮ້ອ​ງຟ້ອງ​ຢູ​ແກຼນ ຂຶ້ນ​ສານ​ໜຶ່ງ​ຢູ່ລອນດອນ, ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ​ຢ່າງ​ເປັນ​ທາງ​ການ ເພື່ອ​​ທ້ວງ​ເອົາ​​ບ້ວງ​ໜີ້ 3 ຕື້ USD ເມື່ອ 2 ປະ​ເທດບໍ່​ສາ​ມາດ​​ດຳ​ເນີນ​ການເຈ​ລະ​ຈາ 2 ຝ່າຍ​ກ່ຽວ​ກັບ​ການ​ແກ້​ໄຂ​​ບ້ວງ​ໜີ້​ສິນນີ້​ໄດ້. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ລັດ​ເຊຍ Anton Siluanov ໃຫ້​ຮູ້​ວ່າ, ເລື່ອງ​ລັດ​ເຊຍ ຮ້ອງຟ້ອງ​​ແມ່ນ​ວິ​ທີ​ການ​ສຸດ​ທ້າຍ ເມື່​ອ Kiev ​​ຍັງບໍ່​ທັນ​​ກຽມ​ພ້ອມດຳ​ເນີນ​ການເຈ​ລະ​ຈາເພື່ອ​​ໃຫ້ 2 ຝ່າຍ​ສາ​ມາດປະ​ນິ​ປະ​ນອມ​ນຳ​ກັນ​ໄດ້.

ຂ່າວ/ບົດ​ອື່ນ