ລູກປືນໃຫຍ່ຈາກ ຊີຣີ ໄດ້ຕົກໃສ່ ສູນການແພດຂອງ ຕວກກີ
ລູກປືນໃຫຍ່ລູກໜຶ່ງຈາກ ຊີຣີໄດ້ຕົກໃສ່ດິນແດນຂອງຕວກກີ
(ພາບ: internet )
|
Vovworld-ວັນທີ 23/10, ລູກປືນໃຫຍ່ລູກໜຶ່ງຈາກ ຊີຣີໄດ້ຕົກໃສ່ເປົ້າໝາຍສູນການແພດແຫ່ງໜຶ່ງຂອງຕວກກີທີ່ເມືອງ Reyhanli , ແຂວງ Hatay. ປະຈຸບັນ, ຍັງບໍ່ທັນຮູ້ແຈ້ງວ່າ Ankara ຈະໂຕ້ຕອບກໍລະນີຍິງປືນດັ່ງກ່າວຫຼືບໍ່. ໃນຊຸມວັນມໍ່ໆມານີ້, ຕວກກີໄດ້ເພີ່ມທະວີການຜັນຂະຫຍາຍກຳລັງທະຫານຢູ່ລຽບຕາມເສັ້ນຊາຍແດນກັບຊີຣີ, ພ້ອມທັງໄດ້ໂຕ້ຕອບບາງກໍລະນີຍິງປືນພາດເປົ້າໝາຍຈາກບັນດາກໍລະນີຍິງປະທະກັນລະຫວ່າງຝ່າຍຄ້ານ ແລະ ກອງທັບລັດຖະບານຢູ່ຊີຣີ. ຫວ່າງແລ້ວນີ້, ນາຍພົນ Necdet Ozel ເສນາທິການໃຫຍ່ກອງທັບຕວກກີໄດ້ກ່າວເຕືອນວ່າ ທະຫານຂອງທ່ານຈະໂຕ້ຕອບຢ່າງແຂງແຮງກ່ວາຖ້າຫາກລູກປືນຈາກຊີ້ຮີສືບຕໍ່ຖືກຍິງເຂົ້າດິນແດນຂອງຕວກກີ .