ລົງນາມໃນສັນຍາກກູ້ຢືມທຶນຂອງ ຊາອຸດີອາຣາບີ ເພື່ອລົງທຶນໃຫ້ແກ່ ໂຄງການຄົມມະນາຄົມ

ລົງນາມໃນສັນຍາກກູ້ຢືມທຶນຂອງ ຊາອຸດີອາຣາບີ ເພື່ອລົງທຶນໃຫ້ແກ່ ໂຄງການຄົມມະນາຄົມ - ảnh 1
ພິທີລົງ​ນາມ​ໃນ​ສັນຍາ​ກກູ້​ຢືມ​ທຶນ​ຂອງ ຊາ​ອຸ​ດີ​ອາຣາບີ
(ພາບ: mof.gov.vn)


(vovworld) -     ວັນ​ທີ 9/10, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ Vuong Dinh Hue ​ຕາງໜ້າ​ລັດຖະບານ​ຫວຽດນາມ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ລາຊະ​ອານາຈັກ ຊາ​ອຸ​ດີ​ອາຣາບີ Ibrahim Abudulaziz Alassaf ທັງ​ເປັນ​ປະທານ​ກອງ​ທຶນ​ພັດທະນາ ຊາ​ອຸ​ດີ​ອາຣາບີ ​ໄດ້​ລົງ​ນາມ​​ໃນສັນຍາ​ກູ້​ຢືມ​ທຶນຈາກກອງ​ທຶນ​ພັດທະນາ ຊາ​ອຸ​ດີ​ອາຣາບີ ​ໃຫ້​ແກ່​ສອງ​ໂຄງການ “ທາງ​ຄົມມະນາຄົມ​ Thach Kim – Hien Hoa ​ແຂວງ Quang Tri” ​ແລະ ​ໂຄງການ “ທາງ​ຄົມມະນາຄົມ Xuan Phuoc – Phu Hai ​ແຂວງ Phu Yen”, ດ້ວຍ​ຍອດ​ຈຳນວນ​ເງິນ​ເກືອບ 31 ລ້ານ USD. ປະຈຸ​ບັນກອງ​ທຶນ​ພັດທະນາ ຊາ​ອຸ​ດີ​ອາຣາບີ ພວມ​ອຸປະ​ຖຳກວ່າ 70 ປະ​ເທດ ​ແຕ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ. ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ ຊາ​ອຸ​ດີ​ອາຣາບີ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ຜ່ານ​ກອງ​ທຶນ​ພັດທະນາ  ຊາ​ອຸ​ດີ​ອາຣາບີ, ລາຊະ​ອານາຈັກ ຊາ​ອຸ​ດີ​ອາຣາບີ ​​ໄດ້ໃຫ້​ຫວຽດນາມ​ ກູ້​ຢືມ​ທຶນ​ໃຫ​້​ແກ່ 4 ​ໂຄງການ, ລວມມູນ​ຄ່າເກືອ​ບ 57 ລ້ານ USD.

ຂ່າວ/ບົດ​ອື່ນ