ລັດ​ຖະ​ບານ ຈັດກອງ​ປະ​ຊຸມ​ ​ຫົວ​ເລື່ອງ​ສ​ະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ເດືອນ​ສິງ​ຫາ

(VOVWORLD) - ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະຂອງລັດຖະບານ ກ່ຽວກັບການສ້າງກົດໝາຍເດືອນສິງຫາ 2023.
ລັດ​ຖະ​ບານ ຈັດກອງ​ປະ​ຊຸມ​ ​ຫົວ​ເລື່ອງ​ສ​ະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ເດືອນ​ສິງ​ຫາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຢູ່ກອງປະຊຸມຄັ້ງນີ້, ລັດຖະບານຈະພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ 4 ສະບັບລວມມີ: ຮ່າງກົດໝາຍວ່າດ້ວຍ ນະຄອນຫຼວງ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພການເຈລະຈອນທາງບົກ, ຮ່າງກົດໝາຍວ່າດ້ວຍທາງບົກ, ຮ່າງກົດໝາຍວ່າດ້າຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະດົມແຫຼ່ງກຳລັງຈາກອຸດສາຫະກຳ. ນີ້ແມ່ນບັນດາເນື້ອໃຈສຳຄັນ, ຫຍຸ້ງຍາກ, ສັບສົນ, ມີຜົນກະທົບຕໍ່ຫຼາຍເປົ້າໝາຍດັ່ງນັ້ນຕ້ອງໄດ້ຮັບການຜັນຂະຫຍາຍໂດຍໄວ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນປຶກສາຫາລື ກ່ຽວກັບບັນດາບັນຫາສຳຄັນ, ຍັງມີຫຼາຍຄຳເຫັນທີ່ແຕກຕ່າງກັນ, ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ