ລັດຖະບານ ຊີຣີ ຄັດຄ້ານຄະນະກຳມະການລັດຖະທຳມະນູນໂດຍສປຊນຳຫນ້າ

(VOVWORLD) -ວັນທີ 13 ກຸມພາ, ລັດຖະບານ ຊີຣີ ໄດ້ອອກສຽງປະຕິເສດບັນດາຄວາມມານະພະຍາຍາມໂດຍ ສປຊ ນຳຫນ້າ ກ່ຽວກັບເລື່ອງສ້າງຕັ້ງຄະນະກຳມະການລັດຖະທຳມະນູນ ມີຫນ້າທີ່ຮຽບຮຽງລັດຖະທຳມະນູນສະບັບໃຫມ່ໃຫ້ແກ່ ຊີຣີ. 


ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ Damascus, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຊີຣີ ທ່ານ Ayman Soussan ຊີ້ແຈ້ງວ່າ ຊີຣີ “ບໍ່ຖືກຜູກມັດຫລື ມີການພົວພັນກັບບໍ່ວ່າຄະນະກຳມະການໃດໂດຍບໍ່ແມ່ນລັດຖະບານ ຊີຣີ ສ້າງຕັ້ງເອງ ຫລື ນຳຫນ້າ”.  ກ່ອນຫນ້ານັ້ນ ກອງປະຊຸມໃຫຍ່ການເຈລະຈາກ່ຽວກັບບັນຫາຊີຣີ ຊື່ງດຳເນີນໃນວັນທີ 30 ມັງກອນ ຢູ່ Sochi ປະເທດລັດເຊຍ, ໄດ້ຮັບຮອງເອົາບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເຂົ້າຮ່ວມຄະນະກຳມະການລັດຖະທຳມະນູນ. ຝ່າຍລັດເຊຍ ໃຫ້ຮູ້ວ່າ: ບັນຊີລາຍຊື່ນີ້ຈະສົ່ງເຖິງທູດພິເສດຂອງ ສປຊ ກ່ຽວກັບບັນຫາຊີຣີ ໃນໄລຍະໄວທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ