ລັດ​ຖະ​ບານ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ນຳ​ວັກ​ຊິນ​​ມາ​ຮອດປະ​ເທດ​ໂດຍ​ໄວ ແລະ ຫຼາຍ​ທີ່​ສຸດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ບໍລິສັດ AstraZeneca ມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ ຫວຽດນາມ ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 10 ລ້ານໂດສ ແຕ່ປັດຈຸບັນ ຮອດຕົ້ນເດືອນສິງຫາ 2021 ເພື່ອປະຕິບັດຍຸດທະສາວັກຊິນ ແລະ ສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ຢ່າງທັນການ, ປອດໄພ ແລະ ມີປະສິດທິຜົນ
ລັດ​ຖະ​ບານ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ນຳ​ວັກ​ຊິນ​​ມາ​ຮອດປະ​ເທດ​ໂດຍ​ໄວ ແລະ ຫຼາຍ​ທີ່​ສຸດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບກຸ່ມບໍລິສັດ AstraZeneca ໂດຍທ່ານ Nitin Kapoor ປະທານ AstraZeneca ຢູ່ບັນດາຕະຫຼາດ ອາຊີ ທັງເປັນຜູ້ອຳນວຍການໃຫຍ່ AstraZeneca ປະຈຳ ຫວຽດນາມ, ເປັນຫົວໜ້າຄະນະ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ເລື່ອງນຳວັກຊິນກັນໂຄວິດ - 19 ມາຮອດຫວຽດນາມ ເປັນຈຳນວນຫຼາຍ ແລະ ໄວທີ່ສຸດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ບໍລິສັດ AstraZeneca ມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ ຫວຽດນາມ ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 10 ລ້ານໂດສ ແຕ່ປັດຈຸບັນ ຮອດຕົ້ນເດືອນສິງຫາ 2021 ເພື່ອປະຕິບັດຍຸດທະສາວັກຊິນ ແລະ ສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ຢ່າງທັນການ, ປອດໄພ ແລະ ມີປະສິດທິຜົນ. ຜູ້ຕາງໜ້າກຸ່ມບໍລິສັດ AstraZeneca ໃຫ້ຮູ້ວ່າ ປັດຈຸບັນໃນທົ່ວໂລກ, ວັກຊິນກັນໂຄວິດ - 19 ພວມຂາດແຄນທີ່ສຸດ ຍ້ອນຄວາມຕ້ອງການໃນການນຳໃຊ້ວັກຊິນກັນໂຄວິດ - 19 ໃນທົ່ວໂລກແມ່ນຫຼວງຫຼາຍທີ່ສຸດ ໃນຂະນະນັ້ນຄວາມສາມາດໃນການຜະລິດວັກຊິນໃນທົ່ວໂລກຍັງມີຂໍ້ຈຳກັດ, ບໍ່ສາມາດຕອບສະໜອງໄດ້ທຸກຄວາມຕ້ອງການຂອງບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ທ່ານ Nitin Kapoor ກໍ່ໃຫ້ຄຳໝັ້ນສັນຍາກັບ ທ່ານນາຍົກລັດຖະມົນຕີວ່າ ຈະລາຍງານຕໍ່ບໍລິສັດ AstraZeneca ເພື່ອໃຫ້ບຸລິມະສິດ ແລະ ມານະພະຍາຍາມສົ່ງວັກຊິນໃຫ້ຫວຽດນາມ ຢ່າງໜ້ອຍສຸດ 8 ລ້ານໂດຍໃນເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ 2021. ທ່ານ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະລາຍງານຕໍ່ຜູ້ທີ່ມີສິດອຳນາດຂອງ AstraZeneca ເພື່ອຄົ້ນຄ້ວາ, ໃຫ້ບຸລິມະສິດຫຼຸດລາຄາ ວັກຊິນລົງໃນລາຄາດີທີ່ສຸດທີ່ສາມາດຫຼຸດໄດ້ ໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ