ລັດ​ຖະ​ບານ ຮຸງ​ກາ​ຣີ ຢັ້ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ ​​ຊູ​ແອັດ ເຂົ້າ​ຮ່ວມ NATO

(VOVWORLD) - ວັນທີ 23 ມັງກອນ, ສະພາແຫ່ງຊາດ ຕວັກກີ ກໍ່ໄດ້ຮັບຮອງເອົາການຮັບ ຊູແອັດເຂົ້າເປັນສະມາຊິກຂອງ NATO ຢ່າງເປັນທາງການ. ສິ່ງນີ້ໝາຍຄວາມວ່າ ຮຸງກາຣີ ແມ່ນສະມາຊິກສຸດທ້າຍຂອງ NATO ທີ່ຍັງບໍ່ທັນຮັບຮອງເອົາຂໍ້ຕົກລົງສະບັບດັ່ງກ່າວ.

ວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນການ ຮັບເອົາຊູແອັດ ເຂົ້າເປັນສະມາຊິກຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ໂດຍແບ່ງປັນໃນສື່ສັງຄົມ X ພາຍຫຼັງການເຈລະຈາທາງໂທລະສັບກັບທ່ານເລຂາທິການໃຫຍ່ NATO Jens Stoltenberg, ທ່ານນາຍົກລັດຖະມົນຕີ ຮຸງກາຣີ ຊີ້ແຈ້ງວ່າ ລັດຖະບານນີ້ ສະໜັບສະໜູນ ຊູແອັດ ກາຍເປັນສະມາຊິກຂອງ NATO. ທ່ານ Orban ເນັ້ນໜັກວ່າ ຈະສືບຕໍ່ຮຽກຮ້ອງ ສະພາແຫ່ງຊາດ ຮຸງກາຣີ ປ່ອນບັດຮັບຮອງເອົາເລື່ອງ NATO ຈະຮັບເອົາ ຊູແອັດເຂົ້າເປັນສະມາຊິກ ແລະ ໃຫ້ສັດຕະຍາບັນ ທັນທີໃນການພິຈາລະນາຄັ້ງທຳອິດ. ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ Jens Stoltenberg ກໍ່ລໍຄອຍສະພາແຫ່ງຊາດ ຮຸງກາຣີ ຮັບຮອງເອົາກົດໝາຍວ່າດ້ວຍການສະໜັບສະໜູນຂໍ້ຕົກລົງສະບັບນີ້ໂດຍໄວ. ກ່ອນໜ້ານັ້ນ, ວັນທີ 23 ມັງກອນ, ສະພາແຫ່ງຊາດ ຕວັກກີ ກໍ່ໄດ້ຮັບຮອງເອົາການຮັບ ຊູແອັດເຂົ້າເປັນສະມາຊິກຂອງ NATO ຢ່າງເປັນທາງການ. ສິ່ງນີ້ໝາຍຄວາມວ່າ ຮຸງກາຣີ ແມ່ນສະມາຊິກສຸດທ້າຍຂອງ NATO ທີ່ຍັງບໍ່ທັນຮັບຮອງເອົາຂໍ້ຕົກລົງສະບັບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ