ລັດຖະບານຊີຣີ ເລີ່ມຖອນທະຫານ ອອກຈາກບາງແຂວງ

ລັດຖະບານຊີຣີ ເລີ່ມຖອນທະຫານ ອອກຈາກບາງແຂວງ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຊີຣີ Walid Muallem
( ພາບ: Getty Images )

( vovworld ) –   ພາຍຫຼັງ​ການ​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແໜ່​ງລັດ​ເຊຍ ທ່ານ Sergei Lavrov ຢູ່​ນະຄອນຫຼວງມົດ​ສະ​ກູ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຊີຣີ Walid Muallem ໃຫ້​ຮູ້​​ເມື່ອວັນ​ທີ 10/4 ວ່າ; ຊີຣີ ​ໄດ້​ເລີ່​ມຖອນ​ທະຫານ​ອອກ​ຈາກ​ບັນດາ​ແຂວງ​ຕາມ​ແຜນການ​ຢຸດຕິ​ການ​ໃຊ້​ຄວາມ​ຮູ​ນ​ແຮງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ຂອງທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ທ່ານ Kofi Annan. ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Mualem ​ຊີ້​ແຈງ​ວ່າ ທ່ານ​ໄດ້​ແຈ້ງ​ໃຫ້​​ລັດ​ເຊີຍຊາບ​ກ່ຽວ​ກັບ​ບັນດາ​ຂັ້ນ​ຕອນ​ເຊິ່ງຊີຣີ ພວມ​ປະຕິບັດ​ເພື່ອ​ພິສູດ​ເຈດ​ຕະນາ​ດີ​ປະຕິບັດ​ແຜນການ​ສັນຕິພາບ​ຂອງ​ທູດ​ພິ​ເສດ​ທ່ານ Annan. ປະຈຸ​ບັນ​ບັນດາ​ຫົວ​ໜ່ວຍ​ສັງກັດ​ທະຫານ​ລັດຖະບານ​ຊີຣີ ​ໄດ້ເລີ່​ມຖອນ​​ທະຫານ​ອອກ​ຈາກ​ບາງ​ແຂວງ. ນອກຈາກ​ນັ້ນ, Damacus ກໍ​ປ່ອຍ​ຕົວ​ບັນດາ​ຜູ້​ເດີນຂະ​ບວນປະ​ທ້ວງຫົວ​ນຸນ​ແຮງຖືກ​ຈັບ​ຂັງ​ໃນ​ໄລຍະ​ທີ່​ຜ່ານ​ມາ. ຕາມ​ທ່ານ Mualem ​ແລ້ວ, ຄວນ​ຜັນ​ຂະຫຍາຍ​ການ​ຢຸດ​ຍິງ​ກັບ​​ເລື່ອງ​ບັນດາ​ນັກ​ສັງ​ເກດ​ການ​ສາກົນ​ມາ​ປະ​ເທດ​ນີ້​​ໃນ​ສະພາບ​ດຽວ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດລັດ​ເຊຍ Lavrov ກໍ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຊີຣີ ຈະ​ຕັດສິນ​​ຢ່າງ​ແຮງ​ກວ່າ​ອີກໃນ​ການ​ປະຕິບັດ​ແຜນການ​ສັນຕິພາບຢ່າງ​ຄົມ​ຊຸດ​ຂອງ​ທູດ​ພິ​ເສດ Anan ທີ່​ຮຽກຮ້ອງ​ລັດຖະບານ​ຊີຣີ ຖອນ​ທະຫານ ​ແລະ ອາວຸດອອກ​ຈາກ​ເຂດ​ທີ​ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ, ພ້ອມ​ກັນ​ນັ້ນ​ແບ່ງປັນ​ທັດສະນະ “ ຢຸດ​ຍິງ​ໃນ​ທັນ​ທີ່​ແມ່ນ​ໜ້າ​ທີ່​ອັນ​ດັບ​ໜື່ງ”.
ຂ່າວ/ບົດ​ອື່ນ