ລັດຖະບານມີກົນໄກພັດທະນາໃຫ້ເໝາະສົມເພື່ອໃຫ້ ຮ່າໂນ້ຍ ພັດທະນາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ພັກ, ລັດ ເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງນະຄອນຫຼວງ
ລັດຖະບານມີກົນໄກພັດທະນາໃຫ້ເໝາະສົມເພື່ອໃຫ້ ຮ່າໂນ້ຍ ພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບການນຳຄະນະພັກນະຄອນຮ່າໂນ້ຍ
(ພາບ: TTXVN)

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຄະນະພັກນະຄອນຮ່າໂນ້ຍ ເພື່ອຮັບຟັງຄຳເຫັນ, ຊີ້ນຳການແກ້ໄຂບັນດາສິ່ງຕິດຂັດ, ຄວາມຫຍຸ້ງຍາກ, ຊ່ວຍນະຄອນພັດທະນາຢ່າງແຮງກວ່າ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ພັກ, ລັດ ເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງນະຄອນຫຼວງ ແລະ ຢືນຢັນວ່າ ລັດຖະບານຈະມີກົນໄກນະໂຍບາຍທີ່ເໝາະສົມເພື່ອໃຫ້ ຮ່າໂນ້ຍ ພັດທະນາ ບົນຈິດໃຈ ຮ່າໂນ້ຍ ເພື່ອທົ່ວປະເທດ, ທົ່ວປະເທດເພື່ອ ຮ່າໂນ້ຍ, ມີແຫຼ່ງກຳລັງເພື່ອໃຫ້ ຮ່າໂນ້ຍ ພັດທະນາ.

ໂດຍໄດ້ຮູ້ວ່າ, ໃນ 3 ເດືອນຕົ້ນປີ 2021, ທາງນະຄອນສືບຕໍ່ປະຕິບັດເປົ້າໝາຍ “ຄວບຄູ່”, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຍູ້ແຮງການຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ