ລັດຖະບານຢືດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ,ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ

ລັດຖະບານຢືດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ,ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ - ảnh 1
ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 10 ​ຂອງ​ລັດ​ຖະ​ບານ
ພາບ:chinhphu.vn


(vovworld)-​ ວັນ​ທີ 1/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ 11/2014 ຂອງ​ລັດ​ຖະ​ບານ. ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຖື​ວ່າ: ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ເດືອນ 11 ແລະ 11 ເດືອນ​ປີ 2014 ສືບ​ຕໍ່​ມີ​ການ​ຫັນ​ປ່ຽນ, ບັນ​ລຸ​ໝາກ​ຜົນ​ຕັ້ງ​ຫນ້າ​ໃນ​ທຸກ​ຂົງ​ເຂດ. ພົ້ນ​ເດັ່ນ​ແມ່ນ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ, ທ່າ​ເຕີບ​ໂຕ​ໄດ້​ຮັບ​ການ​ຟື້ນ​ຕົວ​ໃນ​ທຸກ​ຂະ​ແຫນງ​ການ, ຂົງ​ເຂດ​ຕົ້ນ​ຕໍ ດ້ວຍ​ລະ​ດັບ GDP ສູງກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ສອງ​ປ​ີກ​ອ່ນນີ້ ແລະ ຄາດ​ວ່າ ທັງ​ປີ 2014 ຈະ​ບັນ​ລຸ ແລະ ອາດ​ຈະ​ລື່ນ​ກາຍ​ຄາດ​ໝາຍ​ວາງ​ອອກ ແມ່ນ 5,8%. ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ດັດ​ຊ​ະ​ນີ​ລາ​ຄາ​ໃຊ້​ສອຍ CPI ໃນ​ເດືອນ 11/2014 ຫລຸດ​ລົງ 0,27% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ, ສະ​ເລ່ຍ​ໃນ 11 ເດືອນ, CPI ເພີ່ມ​ຂຶ້ນ 4,3%.

ສະ​ຫລຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສືບ​ຕໍ່​ຢືດ​ໝັ້ນ​ຈຸດ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ພ້ອມ​ທັງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ທະ​ນາ​ຄານ​ແຫ່ງ​ລັດ ສຸມ​ໃສ່​ຊີ້​ນຳ​ການ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ມ​ີ​ປະ​ສິດ​ທິ​ຜົນ​ບັນ​ດາ​ມາດ​ຕະ​ການ​ແກ້​ໄໍ​ຂ​ຫນີ້​ເສຍ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ກູ້​ຢືມ​ທຶນ. ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ຕິດ​ພັນ​ກັບ​​ການ​ຫັນ​ປ່ຽນຮູບ​ແບບການ​ເຕີບ
ຂ່າວ/ບົດ​ອື່ນ