ລັດຖະບານສະເໜີປັບປຸງພື້ນຖານນິຕິກຳເພື່ອແກ້ໄຂໜີ້ເສຍ

(VOVWORLD) - ລັດຖະບານສະເໜີປັບປຸງພື້ນຖານນິຕິກຳເພື່ອແກ້ໄຂໜີ້ເສຍ ນີ້ແມ່ນເນື້ອໃນໜ້າເອົາໃຈໃສ່ທີ່ວາລະປະຊຸມໃນຕອນບ່າຍວັນທີ 22 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14
ລັດຖະບານສະເໜີປັບປຸງພື້ນຖານນິຕິກຳເພື່ອແກ້ໄຂໜີ້ເສຍ - ảnh 1 ຜູ້ວ່າການທະນາຄານແຫ່ງລັດ ທ່ານ ເລມິງຮຶງ (ພາບ: ຫວຽດນາມ+)

ຕາມນັ້ນແລ້ວ ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ, ຍື່ນສະເໜີຮ່າງມະຕິກ່ຽວກັບການແກ້ໄຂໜີ້ເສຍຂອງບັນດາອົງການສິນເຊື່ອ. ຜູ້ວ່າການທະນາຄານແຫ່ງລັດ ທ່ານ ເລມິງຮຶງ ໃຫ້ຮູ້ວ່າ:

ກົດໝາຍສະບັບປັບປຸງເພີ່ມເຕີ່ມໄດ້ປະກາດໃຊ້ ເພື່ອແນໃສ່ສ້າງພື້ນຖານນິຕິກຳ, ຫັນແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດເປັນລະອຽດ ກ່ຽວກັບເລື່ອງສ້າງຂອບເຂດນິຕິກຳໃຫ້ສົມບູນແບບ ເພື່ອແກ້ໄຂໜີ້ເສຍໂດຍພື້ນຖານ ແລະ ເຖິງຖອງ ແລະ ບັນດາອົງການສິນເຊື່ອອ່ອນດ້ອຍ ດ້ວຍບັນດາຮູບການທີ່ເໝາະສົມກັບກົນໄກການຕະຫລາດບົນຫຼັກການຢ່າງລະມັດລະວັງ ຮັບປະກັນສິດຜົນປະໂຫຍດຂອງຜູ້ຝາກເງິນ ແລະ ຮັກສາລະບົບຄວາມປອດໄພໃຫ້ໝັ້ນຄົງ”.

ຕອບກັບ

ຂ່າວ/ບົດ​ອື່ນ