ລັດຖະບານອະນຸມັດຜ່ານແຜນຮ່າງບຳລຸງສ້າງຍົກສູງທັກສະແຫຼ່ງຊັບພະຍາກອນມະນຸດຕ້ອບສະໜອງຄວາມຮຽກຮ້ອງການປະຕິວັດອຸດສາຫະກຳ 4.0

(VOVWORLD) -ເປົ້າໝາຍຂອງໂຄງການແມ່ນບຳລຸງສ້າງບັນດາອາຊີບໃໝ່ ແລະ ບັນດາທັກສະອາຊີບໃໝ່ໃຫ້ຢ່າງໜ້ອຍສຸດ 20 ຂະແໜງ, ອາຊີບ
ລັດຖະບານອະນຸມັດຜ່ານແຜນຮ່າງບຳລຸງສ້າງຍົກສູງທັກສະແຫຼ່ງຊັບພະຍາກອນມະນຸດຕ້ອບສະໜອງຄວາມຮຽກຮ້ອງການປະຕິວັດອຸດສາຫະກຳ 4.0 - ảnh 1(ພາບປະກອບ: kinhtedothi.vn)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຫາກໍ່ເຊັ່ນອະນຸມັດຜ່ານໂຄງການ “ບຳລຸງສ້າງ, ບຳລຸງສ້າງຄືນໃໝ່ຍົກສູງທັກສະແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4.” ເປົ້າໝາຍຂອງໂຄງການແມ່ນບຳລຸງສ້າງບັນດາອາຊີບໃໝ່ ແລະ ບັນດາທັກສະອາຊີບໃໝ່ໃຫ້ຢ່າງໜ້ອຍສຸດ 20 ຂະແໜງ, ອາຊີບ ໃຫ້ບຸລິມະສິດແກ່ບັນດາຂົງເຂດເຕັກໂນໂຊຊີຂໍ້ມູນຂ່າວສານ, ເຕັກໂນໂລຊີໃໝ່, ເຕັກໂນໂລຊີສູງ. ໜ້າທີ່ມາດຕະການແກ້ໄຂຂອງໂຄງການແມ່ນ ຕີລາຄາ, ສ້າງບັນດາລາຍການບຳລຸງສ້າງຕາມຄວາມຕ້ອງການ; ຍົກສູງກຳລັງຄວາມສາມໃຫ້ຖັນແຖວຄູອາຈານ ແລະ ຜູ້ສິດສອນໃນວິສາຫະກິດ… ໃນນັ້ນ, ລັດສັ່ງຈ່ອງບັນດາຮາກຖານສອນວິຊາຊີບ ຫຼື ບຳລຸງສ້າງຄືນໃໝ່ໃນໂຄງການຕາມຮູບການທາງການ ຫຼື ເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ