ລັດຖະບານອະພິປາຍກ່ຽວກັບປະສິດທິຜົນບັນດາໂຄງການລົງທຶນນຳໃຊ້ແຫຼ່ງທຶນODA

ລັດຖະບານອະພິປາຍກ່ຽວກັບປະສິດທິຜົນບັນດາໂຄງການລົງທຶນນຳໃຊ້ແຫຼ່ງທຶນODA - ảnh 1
(ພາບ​ປະ​ກອບ)

(vovworld) -​ ຕອນ​ເຊົ້າ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ລັດ​ຖະ​ບານ​ໄດ້​ມີ​ວາ​ລະອະ​ພິ​ປາຍ​​ຕໍ່​​ກຳ​ມ​າ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊາວ​ໜຸ່ມ, ​ໄວ​ໜຸ່ມ ແລະ ເຍົາ​ວະ​ຊົນຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່ນຳ​ໃຊ້​ທຶນ ODA ແລະ ທຶນ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ບົດ​ລາຍ​ງານ​ຊອງ​ລັດ​ຖະ​ບານ​ທີ່ວ​າ​ລະ​ອະ​ພິ​ປາຍ​ຊີ້​ໃຫ້​ເຫັນ​ວ່າ, ໄລ​ຍະ 2004 – 2014, ຍ້ອນ​​ໄດ​້ສຳ​ພັດ​ກັບ​ບາງ​ໂຄງ​ການ ODA, ຂະ​ແໜງ​ສຶກ​ສາ ແລະ​ ບ​ຳ​ລຸງ​ສ້າງໄດ້​ຕັ້ງ​ໜ້າ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ເທື່ອ​ລະ​ກ້າວ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ. ທີ່​ວາ​ລະ​ອະ​ພິ​ປາຍ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ເທ໋​ເ​ຟືອງ ຢືນ​ຢັນ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ຈະ​ຈັດ​ຕັ້ງ​ຄະ​ນະ​ຄຸ້ມ​ຄອ​ງ​ໂຄງ​ການ​ທຶນ ODA ຄືນ​ໃໝ່, ຕາມ​ທິດ​ລັດ​ສຸມ​ໃສ່​ຄ​ຸ້ມ​ຄອງ, ມີ​ວິ​ຊາ​ການ, ​ຫຼີກ​ລ້ຽງ​ສະ​ພາບ​ລົງ​ທຶນບໍ່​ມີ​ຈຸດ​ສຸມ, ຢູ່ທ້ອ​ງ​ຖິ່ນ, ຫົວ​ໜ່ວຍ​ໃດ​ກໍ​ມີ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ ODA ຄື​ໃນ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ