ລັດຖະບານເຢຍລະມັນອຸປະຖຳໂຄງການເພີ່ມທະວີການຮັກສານ້ຳບາດານຢູ່ຫວຽດນາມ

ລັດຖະບານເຢຍລະມັນອຸປະຖຳໂຄງການເພີ່ມທະວີການຮັກສານ້ຳບາດານຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ບັນຊີ​ລາຍ​ຊື່​ໂຄງການ “​ເພີ່ມ​ທະວີ​ການ​ຮັກສາ​ນ້ຳ​ບາ​ດານ​ຢູ່ ຫວຽດນາມ”, ​ໂດຍ​ລັດຖະບານ ​ເຢຍລະ​ມັນ ອຸປະຖຳ, ຫາ​ກໍ​ຖືກນາຍົກລັດຖະມົນຕີ​​ເຊັນ​ອະນຸມັດ. ​ໂຄງການ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ ​ແລະ ​ປົກ​ປັກຮັກສາ​ຊັບພະຍາກອນ​ນ້ຳ​ບາ​ດານ​ຢູ່ ຫວຽດນາມ. ​ໂຄງການ​ຈະ​ເພີ່ມ​ເຕີມ​ບັນດາ​ຂໍ້​ມູນ​ສຳ​ຫລວດ​ໂດຍ​ພື້ນຖານ​ກ່ຽວ​ກັບ​ນ້ຳ​ບາ​ດານຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ, ຕີ​ລາຄາ​ການ​ຮັກສາ​ຊັບພະຍາກອນ​ນ້ຳ​ບາ​ດານ ​ໃຫ້​ບັນດາ​ອົງການ​ທີ່​ເຂົ້າ​ຮ່ວມ​ໂຄງການ; ຍົກ​ສູງລະດັບ​ຄວາມ​ຮູ້​​ໃຫ້ປະຊາ​ຊົນ​ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ຮັກສາ​ຊັບພະຍາກອນ​ນ້ຳ​ບາ​ດານ. ກ່ຽວ​ກັບລະດັບການ​ຊ່ວຍ​ເຫຼືອ​ທຶນ​​ໃຫ້​ແກ່​ໂຄງການນັ້ນ, ທຶນຊ່ວຍ​ເຫຼືອ​ລ້າ ODA ຂອງ​ລັດຖະບານ ​ເຢຍລະ​ມັນ ​ແມ່ນ 1,5 ລ້ານ ​Euro ​ແລະ ທຶນ​ສົມທົບ​ຂອງ ຫວຽດນາມ ​ແມ່ນ 91,100 ​Euro . ​ໂຄງການ​​ໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 2015 – 2017, ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ແມ່ນອົງການ​ຮັບ​ຜິດ​ຊອບ.

 

ຂ່າວ/ບົດ​ອື່ນ