ລັດຖະບານເອົາໃຈໃສ່ລົງທຶນຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງ

ລັດຖະບານເອົາໃຈໃສ່ລົງທຶນຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ​ໄດ້​ເຮັດ​ວຽກ​ກັບ​ແຂວງ ຕ່ຽນຢາງ
 ກ່ຽວ​ກັບ​ໂຄງການ​ທາງ​ຄວາມ​ໄວ​ສູງ ຈູງ​ເລືອ​ງ - ມີ້​ທ້ວນ
(ພາບ: VGP)



(vovworld) - ວັນ​ທີ 10/3, ຢູ່​ແຂວງ ຕ່ຽນຢາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ​ໄດ້​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ​ແຂວງ ຕ່ຽນຢາງ ກ່ຽວ​ກັບ​ໂຄງການ​ທາງ​ຄວາມ​ໄວ​ສູງ ຈູງ​ເລືອ​ງ - ມີ້​ທ້ວນ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ຢືນຢັນ​ວ່າ, ການ​ລົງທຶນ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ, ສ້າງ​ກຳລັງ​ໜູນ​ເພື່ອ​ນຳ​ເຂດ​ນີ້​ກ້າວ​ຂຶ້ນ​ບົນ​​ເສັ້ນ​ທາງຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊິ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ທີ່​ສຸດ​ຈາກ​ພັກ ​ແລະ ລັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ກໍ່​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ນັກ​ລົງທຶນ ຄວນ​ສົມທົບ​ກັນກັບ​ແຂວງ ຕ່ຽນຢາງ ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍູ້​ໄວ​ຄວາມ​ຄື​ບໜ້າ, ສູ້​ຊົນ​ປະຕິບັດ​ສຳ​ເລັດ ​ແລະ ນຳ​ກິດຈະກຳ​ເຂົ້າ​ໃຊ້​ການ​ໃນ​ປີ 2019, ກ່ອນ​ກຳນົດ​ເວລາ​ທີ່​ໄດ້​ວາງ​ອອກ 1 ປີ.

 

ຕອບກັບ

ຂ່າວ/ບົດ​ອື່ນ