ລັດຖະບານໃໝ່ຂອງຍີ່ປຸ່ນຈະພິຈາ ລະນາໂຄງການປ້ອງກັນຊາດຄືນໃໝ່

ລັດຖະບານໃໝ່ຂອງຍີ່ປຸ່ນຈະພິຈາ ລະນາໂຄງການປ້ອງກັນຊາດຄືນໃໝ່ - ảnh 1

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ຄົນ​ໃໝ່ Shinzo Abe ຢູ່​ສະພາ​ຕ່ຳ

(ພາບ:viet.rfi.fr)

(vovworld) – ຕາມ​ສຳນັກ​ຂ່າວ​ສານ Kyodo ​ແລ້ວ,​ ລັດຖະບານ​ຂອງ​ທ່ານນາຍົກ ລັດຖະມົນຕີຍີ່ປຸ່ນ ຄົນ​ໃໝ່ Shinzo Abe ​ໄດ້​ຕົກລົງ​ຈະ​ພິຈາລະນາ​ໂຄງການ​ປ້ອງ​ກັນຊາ​ດພື້ນຖານ​ໄລຍະ​ຍາວ​ຄືນ​ໃໝ່. ວັນ​ທີ 27/12,​ ທ່ານ Itsunori Onodera ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ, ທ່ານນາຍົກລັດຖະມົນຕີ Shinzo Abe ​ໄດ້​ຊີ້​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດພິຈາລະນາ​ໂຄງການ​ປ້ອງ​ກັນຊາ​ດດັ່ງກ່າວຄືນ​ໃໝ່ ພ້ອມທັງ​ເພີ່ມ​ທະວີ​ບົດບາດ​ຂອງ​ກຳລັງ​ປ້ອງ​ກັນ​ຕົວກໍ່​ຄື​ກຳລັງ​ແຮງ​ນາບ​ຂູ່​ຂອງ​ຍີ່ປຸ່ນ ​ຕາມ​ທິດ​ສົມທົບ​ກັບຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ​ໃໝ່​ຂອງ​ອາ​ເມ​ລິ​ກາ. ຄຳ​ສັ່ງ​ດັ່ງກ່າວ​ຂອງທ່ານນາຍົກ ລັດຖະມົນຕີຍີ່ປຸ່ນ ຄົນ​ໃໝ່ Shinzo Abe ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ​ພັກ​ປະຊາທິປະ​ໄຕ​ເສລີ (LDP) ຫາ​ກໍ່​ຂຶ້ນ​ກຳ​ອຳນາດ​ຢູ່​ຍີ່ປຸ່ນ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ-​ອາ​ເມ​ລິ​ກາ. ​ໃນ​ບັ້ນຂົນຂວາຍ​ກ່ອນ​ການ​ເລືອກ​ຕັ້ງສະພາ​ຕ່ຳ​ເມື່ອ​ວັນ​ທີ 16/12, LDP ​​ໃຫ້​ຄຳໝັ້ນສັນຍາ​ຈະ​ພິຈາລະນາ​ໂຄງການ​ປ້ອງ​ກັນຊາ​ດພື້ນຖານ​ຄືນ​ໃໝ່ ກໍ່​ຄື​ໂຄງການ​ປ້ອງ​ກັນຊາດ​ໄລຍະ​ກາງ ພ້ອມ​ທັງ “​ເປີດ​ກ້ວາງ​ງົບປະມານ, ​ເຄື່ອງ​ວັດຖຸ​ອຸປະ​ກອນ ​ແລະ ຈຳນວນພົນ​ທະຫານ​ໃນ​ກຳລັງ​ປ້ອງ​ກັນ​ຕົວ​“

 

 

 

ຂ່າວ/ບົດ​ອື່ນ